ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ

ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ - 22 scaled - ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ
ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ - kitchen vibe - ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ

    ອົງການອະນາໄມໂລກເຕືອນຄວນຫລຸດຜ່ອນມາດຕະການລັອກດາວແບບຄ່ອຍເປັນຄ່ອຍໄປ ແລະ ຍັງຕ້ອງເຝົ້າລະວັງສະຖານະການຢ່າງຕໍ່ເນື່ອງ ລວມທັງຕ້ອງກຽມພ້ອມເອົາມາດຕະການເຂັ້ມງວດກັບມາໃຊ້ ຖ້າມີການລະບາດຮອບໃໝ່.

ທ່ານ ໄມ ໄຣອັນ ຜູ້ອຳນວຍການຝ່າຍບໍລິຫານໂຄງການສຸກເສີນດ້ານສາທາລະນະສຸກຂອງອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ປະເທດຕ່າງໆທີ່ຫລຸດຜ່ອນມາດຕະການປ້ອງກັນການແຜ່ລະບາດຂອງ Covid-19 ຕ້ອງເຝົ້າລະວັງການຕິດເຊື້ອທີ່ອາດກັບຂຶ້ນມາໃໝ່ ໂດຍສະເພາະການຮັບມືການແຜ່ເຊື້ອໃນສະຖານທີ່ບາງແຫ່ງ.

ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ - Visit Laos Visit SALANA BOUTIQUE HOTEL - ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ

ນອກຈາກນີ້ ຍັງເຕືອນໃຫ້ເບິ່ງແຍງບຸກຄົນທີ່ມີຄວາມສ່ຽງເຊັ່ນ: ຜູ້ອາຍຸສູງ, ນັກໂທດ ແລະ ແຮງງານຕ່າງດ້າວ ຫລັງຈາກພົບການຕິດເຊື້ອຢູ່ເຮືອນພັກຜູ້ອາຍຸສູງໃນເອີຣົບ ແລະ ອາເມລິກາເໜືອ ແລະ ຫໍພັກແຮງງານຕ່າງດ້າວຢູ່ສິງກະໂປ.

ໄຣອັນຍັງເປີດເຜີຍອີກວ່າ: ເຖິງວ່າຈະຄວບຄຸມການແຜ່ລະບາດໄດ້ແລ້ວ ແຕ່ຍັງຕ້ອງປະຕິບັດຕາມມາດຕະການເວັ້ນໄລຍະຫ່າງທາງສັງຄົມ, ຮັກສາສຸຂະອະນາໄມ ແລະ ກວດຫາເຊື້ອໃນກຸ່ມຜູ້ຕ້ອງສົງໄສຢ່າງຕໍ່ເນື່ອງ.

ນອກຈາກນີ້ ຍັງເນັ້ນວ່າ:​ ການສຶກສາພັນທຸກຳຂອງເຊື້ອໂຄໂຣນາໄວຣັສໂດຍນັກວິທະຍາສາດເຮັດໃຫ້ອົງການອະນາໄມໂລກໝັ້ນໃຈວ່າເຊື້ອມີຕົ້ນກຳເນີດຈາກທຳມະຊາດບໍ່ແມ່ນຈາກຫ້ອງທົດລອງຂອງຈີນຕາມທີ່ມີການຕັ້ງຂໍ້ສັງເກດ.

ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ - 4 - ອະນາໄມໂລກເຕືອນຄ່ອຍໆຫລຸດຜ່ອນ ລັອກດາວ ກຽມຮັບມືລະບາດຮອບສອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!