ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ

ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - 11221 scaled - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ
ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - kitchen vibe - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ

ໃນວັນທີ 2 ພຶດສະພານີ້ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ມາຮອດມື້ນີ້ເປັນມື້ທີ 20 ແລ້ວ, ທີ່ລາວເຮົາບໍ່ມີກໍລະນີຜູ້ຕິດເຊື້ອໃໝ່ (ນັບແຕ່ວັນທີ 12 ເມສາເປັນຕົ້ນມາ) ປິ່ນປົວຜູ້ຕິດເຊື້ອຫາຍດີ ແລະ ອອກໂຮງຫມໍອີກ 2 ຄົນ, ລວມເປັນ 10ຄົນ ແລ້ວ, ໃນຈຳນວນ ຜູ້ຕິດເຊື້ອສະສົມ 19 ຄົນ , ຊຶ່ງປັດຈຸບັນຍັງເຫຼືອ 9 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດຢູ່ໂຮງຫມໍມິດຕະພາບ 150 ຕຽງ. ເຖິງສະພາບການລະບາດມີລັກສະນະຜ່ອນຄາຍລົງຄືແນວນີ້ກໍຕາມ, ແຕ່ພວກເຮົາກໍ່ບໍ່ໄດ້ລົດລະໃນການເຝົ້າລະວັງຕິດຕາມ ແລະ ບໍ່ຖືເບົາຕໍ່ການປະຕິບັດມາດຕະການປ້ອງກັນ ແລະ ຕ້ານພະຍາດດັ່ງກ່າວເພື່ອກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2.
ຫມາຍວ່າມາຮອດມື້ນີ້ກໍຍັງພຽງອີກ 1 ວັນ ທີ່ລາວຈະເລີ່ມປະຕິບັດຜ່ອນຜັນບາງມາດຕະການທີ່ລະບຸໃນຄຳສັ່ງເລກທີ 06/ນຍ ຄືດັ່ງແຈ້ງການຂອງຫ້ອງການ ສຳນັກງານນາຍົກລັດຖະມົນຕີສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພານີ້ແຕ່ວັນທີ 4-17 ພຶດສະພາ, ທີ່ໄດ້ລະບຸເຖິງບັນດາມາດຕະການທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ຂໍ້ຫ້າມຕ່າງໆ, ເພື່ອເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໃນຊີວິດປະຈຳວັນ ແລະ ການແກ້ໄຂບັນຫາຜົນກະທົບຕໍ່ເສດຖະກິດ ແລະ ທັງເປັນການເພີ່ມສະຕິໃຫ້ແກ່ການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວມີປະສິດທິຜົນ.ໃນຂະນະນີ້, ທາງຄະນະສະເພາະກິດກໍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ເຂັ້ມງວດຈັດຕັ້ງປະຕິບັດແຈ້ງການດັ່ງກ່າວໄດ້ ຢ່າງຖືກຕ້ອງ.
ໃນວັນທີ 1 ພຶດສະພານີ້, ໄດ້ເກັບຕົວຢ່າງມາກວດທັງໝົດ 144 ຄົນ, ໃນນັ້ນ ມີຜູ້ສົງໄສ 3 ຄົນ, ຜູ້ຕິດເຊື້ອທີ່ນອນປິ່ນ
ປົວຢູ່ໂຮງໝໍມາກວດຄືນ 3 ຄົນ, ຜູ້ທີ່ອອກໂຮງໝໍຕິດຕາມຢູ່ເຮືອນຄົບກໍານົດ 14 ວັນມາກວດຄືນ 1 ຄົນ, ແຮງງານຈີນທີ່ເຂົ້າມາກໍສ້າງທາງລົດໄຟ 127 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 10 ຄົນ. ຊຶ່ງຜົນກວດທັງຫມົດຂອງມື້ວານນີ້ ບໍ່ພົບເຊື້ອໃໝ່. ໝາຍຄວາມວ່າມາຮອດວັນທີ 1 ພຶດສະພານິີ້ກໍເປັນມື້ທີ່20 ແລ້ວ, ທີ່ລາວເຮົາບໍ່ມີກໍລະນີຜູ້ຕິດເຊື້ອໃໝ່. ແຕ່ຫນ້າເປັນຫ່ວງສໍາລັບຜູ້ທີ່ອອກໂຮງໝໍນ້ຳເບີ 14 ເພື່ອຈໍາກັດຕົວເອງຢູ່ເຮືອນຄົບກໍານົດ 14 ວັນແລ້ວ ມາກວດຄືນເຫັນວ່າພົບເຊື້ອຄືນໃຫມ່, ຈຶ່ງໄດ້ເອົາເຂົ້ານອນຕິດຕາມອາການຢູ່ໂຮງໝໍອີກ.
ສຳລັບສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະບາດຢູ່ໃນທົ່ວໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 2 ພຶດສະພານີ້ ທົ່ວໂລກມີລາຍງານການລະບາດ ທັງໝົດ 212 (ປະເທດ/ເຂດ) ແລະ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ທັງຫມົດຫລາຍກ່ວາ 3,39 ລ້ານຄົນ (ໃໝ່91.528ຄົນ), ມີຜູ້ເສຍຊິວິດ 239.345 (ໃໝ່5.521ຄົນ), ປີ່ນປົວຫາຍດີ 1 ລ້ານກ່ວາຄົນ (ໃຫມ່40,874ຄົນ), ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 34.016 ຄົນ ແລະ ເສຍຊີວິດ 1.855 ຄົນ ຕໍ່ມື້, ຊຶ່ງເຫັນວ່າ ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນຫຼຸດລົງ 7.04 % (ມື້ວານນີ້ 7.07 %).ສະເພາະກຸ່ມປະເທດອາຊຽນກໍເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ຄື: ບາງປະເທດຕິດເຊື້ອໃໝ່ ໃນວັນທີ 2 ພຶດສະພານີ້, ເຖິງ 932 ຄົນ ແລະ ເສຍຊີວິດໃນມື້ດຽວ ຢູ່ກຸ່ມປະເທດອາຊຽນມີ 21 ຄົນ.
ຍັງພຽງແຕ່ 1 ວັນ ທີ່ຈະສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ຫຼັງຈາກ ວັນທີ 3 ພຶດສະພາ ກໍ່ຈະໄດ້ປະຕິບັດມາດຕະການຜ່ອນຜັນບາງຢ່າງ, ແຕ່ເຖິງຢ່າງໃດກໍຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ຕິດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສ້າງຄວາມເຂົ້າໃຈ ແລະ ປະຕິບັດຕາມຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - 4 - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ
ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - 3 - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ
ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - 5 - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ
ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - Visit Laos Visit SALANA BOUTIQUE HOTEL - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ
ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ - Visit Laos Visit SALANA BOUTIQUE HOTEL - ມື້ທີ 20 ແລ້ວ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແລະ ສາມາດປິ່ນປົວຜູ້ຕິດເຊື້ອຫາຍດີອີກ 2 ຄົນ