ການສະແດງອາການໃໝ່ຂອງຜູ້ຕິດເຊື້ອ ໂຄວິດ-19
May 3, 2020 - 11:48 AM

ໂດຍ: ລູກເມືອງພວນ
ຜູ້ຕິດເຊື້ອໂຄວິດຄົນໜຶ່ງທີ່ປິ່ນປົວຢູ່ໂຮງໝໍ Kommunarka, Moskva ໄດ້ສະແດງອາການເປັນຜຶນອອກຢູ່ຕາມຜິວໜັງ, ທ່ານໝໍ Protsenko ກ່າວໃນມື້ວານນີ້.
ທ່ານໝໍ Denis Protsenko ຫົວໜ້ໂຮງໝໍດັ່ງກ່າວ ກ່າວວ່າ: “ພວກເຮົາເຫັນປາກົດການເປັນຜຶນຕາມຜິວໜັງຂອງຜູ້ຕິດເຊື້ອ 10% ຂອງຜູ້ຕິດເຊື້ອທັງໝົດທີ່ປິ່ນປົວຢູ່ໂຮງໝໍ Kommunarka ແຕ່ບໍ່ໄດ້ຮັບຄວາມສົນໃຈພໍເທົ່າໃດ”.
ທ່ານໝໍ Protsenko ໃຫ້ຮູ້ວ່າ ປະກົດການດັ່ງກ່າວກໍໄດ້ເກີດຂຶ້ນກັບຜູ້ຕິດເຊື້ອໃນຈີນ ແຕ່ມີຈຳນວນໜ້ອຍກວ່າ. ຢູ່ ອັງກິດກໍມີເຊັ່ນດຽວກັນ. ທ່ານໝໍຄົນນີ້ ເວົ້າໃນລັກສະນະສະຫຼຸບວ່າ: “ໄວຣັດອາດຈະມີການກາຍພັນ ຍ້ອນມີການປິ່ນປົວແຕ່ລະບ່ອນບໍ່ຄືກັນ. ເປັນທີ່ແນ່ນອນວ່າ ເວລາມັນແຜ່ລະບາດອາດຈະມີການປ່ຽນແປງ”.