ຄວາມສຳພັນທີ່ດີໃນອົງກອນ ແມ່ນຈຸດເລີ່ມຕົ້ນຂອງການເຮັດວຽກທີ່ມີຄວາມສຸກ
May 4, 2020 - 10:18 AM

ຜູ້ຄົນທົ່ວໄປລຶ້ງເຄີຍກັບການວັດແທກຄວາມສຳເລັດຂອງອົງກອນຈາກໂຕເລກຜົນປະກອບການ ຫລື ຜົນກຳໄລ ໂດຍທີ່ໃນຄວາມເປັນຈິງແລ້ວ ໂຕເລກຜົນປະກອບການບໍ່ໄດ້ເປັນເປົ້າໝາຍທາງທຸລະກິດ, ແຕ່ເປັນຜົນຕອບແທນທີ່ຈະເກີດຂຶ້ນຫາກດຳເນີນທຸລະກິດດ້ວຍແນວທາງທີ່ຖືກຕ້ອງ ແລະ ແນວທາງໜຶ່ງທີ່ຈະນຳໄປສູ່ຄວາມສຳເລັດຂອງອົງກອນກໍແມ່ນເມື່ອທຸກຄົນໃນອົງກອນມີຄວາມສຸກ ຍ່ອມຕາມມາດ້ວຍຜົນການເຮັດວຽກທີ່ມີປະສິດທິພາບ ແລະ ຕໍ່ຍອດສູ່ຄວາມສຳເລັດທາງໂຕເລກຜົນປະກອບການໄດ້ໃນທີ່ສຸດ.
ຄວາມສຸກຂອງຄົນໃນອົງກອນນັ້ນສາມາດເກີດຂຶ້ນໄດ້ໂດຍອາໄສແນວຄິດ Happy Workplace 8 ປະການ ທີ່ເນັ້ນສ້າງຄວາມສຸກແບບຍືນຍາວ ດັ່ງນີ້ :
- Happy Body ສຸຂະພາບດີ : ເມື່ອຄົນໃນອົງກອນມີສຸຂະພາບຮ່າງກາຍແຂງແຮງ ກໍຈະມີຈິດໃຈທີ່ດີ ພ້ອມທີ່ຈະຮັບມືກັບທຸກບັນຫາທີ່ເຂົ້າມາ.
- Happy Heart ນຳ້ໃຈງາມ : ຄົນໃນອົງກອນລ້ວນແຕ່ມີນຳ້ໃຈເອື້ອເຟື້ອເຜື່ອແຜ່ຕໍ່ກັນ ແລະ ກັນ.
- Happy Society ສັງຄົມດີ : ສັງຄົມດີເກີດຂຶ້ນຈາກຄວາມຮັກ, ສາມັກຄີ, ເອື້ອເຟື້ອເຜື່ອແຜ່ຕໍ່ກັນ, ມີສັງຄົມ ແລະ ສະພາບແວດລ້ອມທີ່ດີ ເພາະເມື່ອຜູ້ຄົນມີຄວາມເປັນຢູ່ທີ່ດີ ຍ່ອມເປັນພື້ນຖານເຮັດໃຫ້ຜູ້ຢູ່ອາໄສມີຄວາມຮັກ, ຄວາມປອງດອງ, ສາມັກຄີຕໍ່ກັນ ພ້ອມຮ່ວມແຮງຮ່ວມໃຈຊ່ວຍກັນພັດທະນາກຸ່ມບ້ານ ຫລື ເມືອງຂອງຕົນເອງໃຫ້ມີຄວາມເປັນຢູ່ທີ່ດີຂຶ້ນ.
- Happy Relax ຜ່ອນຄາຍ : ຄົນໃນອົງກອນຄວນຮູ້ຈັກການຜ່ອນຄາຍຕໍ່ສິ່ງຕ່າງໆ ເພາະເຊື່ອວ່າການທີ່ຄົນເຮັດວຽກບໍ່ຮູ້ຈັກສະແຫວງຫາຄວາມຜ່ອນຄາຍໃຫ້ກັບຕົນເອງຈະເຮັດໃຫ້ຮ່າງກາຍ ແລະ ຈິດໃຈເກີດຄວາມເຄັ່ງຄຽດ ສົ່ງຜົນກະທົບຕໍ່ໜ້າທີ່ການເຮັດວຽກ.
- Happy Brain ຫາຄວາມຮູ້ : ຄົນໃນອົງກອນຄວນໝັ່ນສຶກສາຫາຄວາມຮູ້ພັດທະນາຕົນເອງຕະຫລອດເວລາ ນຳໄປສູ່ການເປັນມືອາຊີບ ແລະ ຄວາມໝັ້ນຄົງກ້າວໜ້າໃນການເຮັດວຽກ ເກີດເປັນອີກໜຶ່ງແຮງຊຸກຍູ້ທີ່ຊ່ວຍໃຫ້ອົງກອນພັດທະນາຍິ່ງຂຶ້ນດ້ວຍບຸກຄະລາກອນທີ່ມີສັກກະຍະພາບ.
- Happy Soul ທາງສະຫງົບ : ຄົນໃນອົງກອນມີຄວາມສັດທາໃນສາສະໜາ ແລະ ມີສິນລະທຳໃນການດຳລົງຊີວິດ ເພາະຫລັກທຳຄຳສອນຂອງທຸກສາສະໜາຊ່ວຍໃຫ້ທຸກຄົນດຳລົງຊີວິດໄປໃນເສັ້ນທາງທີ່ດີ ເຮັດໃຫ້ທຸກຄົນມີສະຕິ, ມີສະມາທິໃນການເຮັດວຽກ, ສາມາດຮັບມືກັບບັນຫາທີ່ເຂົ້າມາໄດ້.
- Happy Money ປາສະຈາກໜີ້ສິນ : ຄົນໃນອົງກອນຮູ້ຈັກເກັບຈັກທ້ອນ, ຮູ້ຈັກໃຊ້ເງິນ, ບໍ່ເປັນໜີ້ສິນ, ປູກຝັງນິໄສການທ້ອນ, ປະຢັດ, ບໍ່ຟູມເຟືອຍ, ຍຶດຖືຫລັກການເສດຖະກິດທີ່ພໍມີພໍກິນ.
Happy Family ຄອບຄົວດີ : ຄົນໃນອົງກອນມີຄອບຄົວທີ່ອົບອຸ່ນ ແລະ ໝັ້ນຄົງ, ປູກຝັງນິໄສຮັກຄອບຄົວ ເພື່ອນຳໄປເປັນຫລັກການໃຊ້ຊີວິດ, ຮູ້ຈັກຊື່ສັດຕໍ່ຄວາມຮັກ, ຄວາມເຊື່ອໝັ້ນ ແລະ ສັດທາໃນຄວາມດີງາມ