6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ

6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ - r7 - 6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ
6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ - kitchen vibe - 6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ

ໃນຍຸກປັດຈຸບັນ ເບິ່ງຄືວ່າການສັນຍະກຳຕົກແຕ່ງຄວາມງາມຈະເປັນເລື່ອງທີ່ນິຍົມກັນແຜ່ຫລາຍເມື່ອປຽບໃສ່ແຕ່ກ່ອນ ບໍ່ວ່າຈະແມ່ນການເສີມດັງ, ເຮັດຕາສອງຊັ້ນ, ເສີມຄາງ, ເສີມໜ້າຜາກ, ສັກຄິ້ວ, ສັກປາກ…  ຫລາຍຄລີນິກຫລາຍໂຮງໝໍເປີດໃຫ້ບໍລິການກັນຫລວງຫລາຍ ສ່ວນລາຄາກໍບໍ່ແພງຄືແຕ່ກ່ອນ, ແຕ່ການສັນຍະກຳໃຫຍ່ ເຊັ່ນ : ການເສີມນົມ ແນວໃດກໍຄວນສຶກສາຫາຂໍ້ມູນໃຫ້ດີສາກ່ອນ ເພາະຫາກພາດໄປແລ້ວໄດ້ບໍ່ກຸ້ມເສຍ. ດັ່ງນັ້ນ ມື້ນີ້ພວກເຮົາຈຶ່ງມີ 6 ລາຍການຄວນຮູ້ທີ່ຈະຊ່ວຍເພີ່ມການຕັດສິນໃຈໃນການໄປເສີມນົມມາແນະນຳທ່ານ.

  1. ແພດທີ່ຈະມາເຮັດສັນຍະກຳເສີມນົມ : ກວດເຊັກເບິ່ງວ່າເປັນແພດແທ້ຫລືແພດເຖື່ອນ ເຮົາຈະຜ່າຕັດທັ້ງເທື່ອຕ້ອງຮູ້ຊື່ແທ້, ນາມສະກຸນແພດທີ່ຈະຜ່າຕັດໃຫ້ ເຜື່ອວ່າຫາກທາງຄລີນິກເສີມຄວາມງາມໄປຈ້າງແພດມາຈາກບ່ອນອື່ນ ເຮົາຈະໄດ້ນຳໄປຫາຖືກ.
  2. ຍີ່ຫໍ້ຊິລິໂຄນທີ່ຈະໃສ່ໃຫ້ເຮົາ : ຄລີນິກ, ສູນຄວາມງາມ ຫລື ໂຮງໝໍ ຕ້ອງມີກ່ອງ, ມີໃບຮັບປະກັນຖືກຕ້ອງຕາມທີ່ຕົກລົງ ເພື່ອປ້ອງກັນການໃສ່ຊິລິໂຄນທີ່ບໍ່ໄດ້ມາດຕະຖານ ເພາະຫາກໃສ່ໄປດົນໆຈະເກີດບັນຫາຊິລິໂຄນຮົ່ວ ຫລື ແຕກໄດ້ ຖ້າເຂົາບໍ່ໃຫ້ກໍຂໍຖ່າຍຮູບໄວ້, ຖ່າຍເລກໄອດີ ຫລື ລະຫັດຊິລິໂຄນໄວ້ນຳ.
  3. ຕຳແໜ່ງການວາງຊິລິໂຄນແບບໃດເໝາະສົມກັບເຮົາ : ທ່ານໝໍວາງໄວ້ແບບ ເໜືອ ຫລື ໃຕ້ກ້າມຊີ້ນ.
  4. ວິທີການກຽມໂຕກ່ອນການຜ່າຕັດ : ຄລີນິກ, ສູນຄວາມງາມ ຫລື ໂຮງໝໍດັ່ງກ່າວມີການກວດເລືອດກ່ອນການຜ່າຕັດຫລືບໍ່ ຖ້າບໍ່ມີການກວດ ຫາກຄົນທີ່ຜ່າຕັດກ່ອນໜ້າເຮົາມີເຊື້ອພະຍາດຕິດຕໍ່ HIV, ໄວຣັສຕັບອັກເສບ ແລະອື່ນໆ ເຮົາຄົງບໍ່ຢາກຜ່າຕັດຕໍ່ຈາກເຂົາແມ່ນບໍ່ ?
  5. ການດົມຢາສະຫລົບ : ຄລີນິກ, ສູນຄວາມງາມ ຫລື ໂຮງໝໍດັ່ງກ່າວມີວິທີການດົມຢາສະຫລົບແນວໃດ ? ພຽງແຕ່ສັກຢາສະຫລົບ ຫລື ໃສ່ທໍ່ຊ່ວຍຫາຍໃຈ, ມີແພດຜູ້ຊ່ຽວຊານສະເພາະດ້ານຄອຍດູແລບໍ່ ຫລື ມີແຕ່ພະຍາບານ – ຜູ້ຊ່ວຍດົມຢາກັນເອງ.
  6. ຂັ້ນຕອນການດູແລຫລັງຜ່າຕັດ : ບາງເທື່ອການຜ່າຕັດສຳເລັດແລ້ວ ກໍບໍ່ນັດໝາຍແພດໃຫ້ອີກ, ບໍ່ນັດຕິດຕາມອາການ ແບບນີ້ບໍ່ດີແນ່ນອນ.

ສະນັ້ນ, ລາຍການເຊັກລິສ ທັງ 6 ຂໍ້ນີ້ ຄວນຈື່ໃຫ້ຂຶ້ນໃຈກ່ອນຕັດສິນໃຈໄປຜ່າຕັດເສີມນົມ ຂໍໃຫ້ທຸກທ່ານງາມຢ່າງປອດໄພ.

6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ - Visit Laos Visit SALANA BOUTIQUE HOTEL - 6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ
6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ - 4 - 6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ
6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ - 5 - 6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ
6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ - 3 - 6 ຂໍ້ສຳຄັນທີ່ຄວນຮູ້ ກ່ອນຄິດຈະໄປເສີມນົມ
  • 1097 Posts
  • 0 Comments
iLike/LPN/20