ຂາປັ້ນຕອນກາງຄືນ ຮູ້ສາເຫດ ປ້ອງກັນໄດ້


ຂາປັ້ນ – ຂາຈັງ ຫລື ມຶນຊາ ແມ່ນອາການເກັງທີ່ເຮັດໃຫ້ກ້າມຊີ້ນປວດ ແລະ ເປັນກ້ອນແຂງ ເຊິ່ງເກີດຂຶ້ນຢ່າງກະທັນຫັນ ໂດຍບໍ່ສາມາດບັງຄັບໄດ້. ການເປັນຂາປັ້ນອາດຈະເກີດຂຶ້ນກັບກ້າມຊີ້ນສ່ວນໃດສ່ວນໜຶ່ງຂອງຮ່າງກາຍກໍໄດ້ ໃນບາງຄົນອາດມີອາການຂາປັ້ນຢູ່ແຂ່ງ, ກົກຂາ ໃນຂະນະທີ່ນອນຫລັບຕອນກາງຄືນຈົນສະເດີດຕື່ນ ຫລື ທີ່ເອີ້ນວ່າ ຂາປັ້ນຕອນກາງຄືນ (Nocturnal Leg Cramps) ເຊິ່ງມັກເກີດຂຶ້ນກັບກ້າມຊີ້ນຂາ ແລະ ພົບໄດ້ຫລາຍໃນໄວກາງຄົນ ແລະ ຜູ້ເຖົ້າ.
ໃນປັດຈຸບັນຍັງບໍ່ຮູ້ສາເຫດທີ່ແທ້ຈິງຂອງການເກີດອາການຂາປັ້ນ, ແຕ່ພົບວ່າບາງຄົນອາດມີສ່ວນກ່ຽວຂ້ອງກັບການນັ່ງຢູ່ເປັນເວລາດົນໆ ຫລື ມີການໃຊ້ກ້າມຊີ້ນພາກສ່ວນນັ້ນຫລາຍເກີນໄປ ຫລື ການຢືນ ຫລື ເຮັດວຽກເທິງພື້ນແຂງໆ ເຊັ່ນ : ຄອນກີດເປັນເວລາດົນ ຫລື ນັ່ງໃນທ່າທີ່ບໍ່ເໝາະສົມ ເປັນຕົ້ນ. ນອກຈາກນີ້ ພົບວ່າອາການຂາປັ້ນອາດກ່ຽວຂ້ອງກັບອາການຕ່າງໆ ໄດ້ແກ່ : ການຖືພາ, ການຂາດນຳ້, ກຸ່ມພະຍາດທາງລະບົບປະສາດ ແລະ ກ້າມຊີ້ນ, ພະຍາດຕ່ອມບໍ່ມີທໍ່ ຫລື ການກິນອາຫານບາງປະເພດ ເຊັ່ນ : ຢາໄລ່ນຳ້ຍ່ຽວ ເປັນຕົ້ນ ຫາກເກີດຂຶ້ນເລື້ອຍໆ ຫລື ຮຸນແຮງ ຄວນພົບແພດເພື່ອກວດຫາສາເຫດຕື່ມໃນຂັ້ນຕໍ່ໄປ.
ຫາກບໍ່ຢາກເປັນຂາປັ້ນຕອນກາງຄືນ ຫລື ໃນຂະນະນອນຫລັບ ຄວນນອນໃນທ່າທີ່ສະບາຍຜ່ອນຄາຍ ໃຊ້ໝອນຮອງຂາໃຫ້ສູງຈາກຕຽງ ປະມານ 10 ຊັງຕີແມັດ, ຫົ່ມຜ້າໃຫ້ຄວາມອົບອຸ່ນແກ່ຮ່າງກາຍ ລວມທັງດື່ມນົມກ່ອນນອນເພື່ອເພີ່ມທາດການຊຽມ ແລະ ໝັ່ນອອກກຳລັງກາຍເປັນປະຈຳສະໝໍ່າສະເໝີ, ແຕ່ຖ້າເປັນຂາປັ້ນຂະນະນອນຫລັບ ສາມາດດູແລໃຫ້ດີຂຶ້ນໄດ້ໂດຍ :
- ຫົດຢືດກ້າມຊີ້ນຂາ, ຢຽດຂາໃຫ້ຊື່.
- ຖົກປາຍຕີນຂຶ້ນ ຄ້າງໄວ້ 5 ວິນາທີ ເຮັດຊຳ້ 5 – 10 ເທື່ອ.
- ນວດກ້າມຊີ້ນຂາເປັນວົງມົນໄປເລື້ອຍໆ ຈົນອາການດີຂຶ້ນ.