ມາກາເຣັດ ແທດເຊີ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແມ່ຍິງຄົນທຳອິດຂອງອັງກິດ

ເຫດການວັນນີ້ໃນອະດີດ
ວັນທີ4 ພຶດສະພາ 1979ມາກາເຣັດ ແທດເຊີ (Margaret Thatcher) ຫົວໜ້າ ພັກອະນຸລັກນິຍົມ (Conservative Party) ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແມ່ຍິງຄົນທຳອິດຂອງອັງກິດ ແລະ ເປັນນາຍົກ ຕິດຕໍ່ກັນເຖິງ 3 ສະໄໝແຕ່ປີ 1979-1990 ລາວໃຊ້ນະໂຍບາຍປະຕິຮູບທີ່ເຂັ້ມແຂງຫລາຍຢ່າງເຊັ່ນ: ຫລຸດພາສີເງິນລາຍໄດ້, ປັບບົດບາດຂອງສະຫະພາບແຮງງານ, ສະໜັບສະໜູນວິສະຫະກິດເອກະຊົນ ແລະ ປະຕິຮູບລັດວິສາຫະກິດທີ່ລັດເຄີຍຢຶດມາກະຈາຍ ໃຫ້ເອກະຊົນ, ຊຶ່ງໄດ້ຮັບການສະໜັບສະໜູນຫລາຍຂຶ້ນຫລັງຈາກອັງກິດເຮັດສົງຄາມ ໝູ່ເກາະຟອກແລນ (Falkland War) ໃນປີ 1982 ຈົນໄດ້ຮັບໄຊຊະນະແລະ ການອອກກົດໝາຍທີ່ເປິດໂອກາດໃຫ້ຜູ້ເຊົ່າເຮືອນສາມາດຊື້ເຮືອນທີ່ຕົນເຊົ່າໄດ້ແຕ່ຕ້ອງມີວຽກເຮັດງານທຳທີ່ ໝັ້ນຄົງ, ເຖິງວ່າຈະຖືກຄັດຄ້ານຈາກນັກວິຈານຕ່າງໆ, ແຕ່ລາວກໍໄດ້ຮັບການຍົກຍ້ອງວ່າເປັນຜູ້ນຳທີ່ກ້າຕັດສິນໃຈ ແລະ ກ້າປະເຊີນໜ້າກັບບັນຫາຕ່າງໆ ຈົນໄດ້ຮັບສາຍຍາວ່າ “ແມ່ຍິງເຫລັກ” (The Iron Lady) ເປັນນາຍົກລັດຖະມົນຕີອັງກິດທີ່ຢູ່ໃນຕຳແໜ່ງດົນທີ່ສຸດໃນສະຕະວັດທີ 20ນີ້.
(ທ່ານ ມາກາເຣັດ ແທດເຊີ)