ເຢຍລະມັນ ຮຽກຮ້ອງໃຫ້ທົ່ວໂລກຮ່ວມມືກັນພັດທະນາຢາປ້ອງກັນໂຄວິດ-19

ແຫລງຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ: ວັນທີ 3 ພຶດສະພານີ້, ທ່ານນາງ ອັງເກລາ ແມຣເຄີລ ນາຍົກລັດຖະມົນຕີເຢຍລະມັນ ກ່າວຄຳປາໄສ ຜ່ານທາງໂທລະພາບໂດຍຮຽກຮ້ອງໃຫ້ທົ່ວໂລກດຳເນີນການຮ່ວມມືດ້ານການພັດທະນາຢາປ້ອງກັນ (ວັກແຊງ) ໂຄວິດ-19 ພ້ອມກັນນັ້ນ ຍັງເນັ້ນວ່າອົງການອະນາໄມໂລກໄດ້ສະແດງບົດບາດສຳຄັນ ໃນການຕ້ານໂຄວິດ-19.
ພ້ອມທັງກ່າວຕື່ມວ່າການແຜ່ລາດພະຍາດໂຄວິດ-19 ເປັນອັນຕະລາຍໃນທົ່ວໂລກ. ສະນັ້ນປະເທດຕ່າງໆຈຳເປັນຕ້ອງເພີ່ມທະວີຮ່ວມມືກັນ ແລະ ເປັນໄປບໍ່ໄດ້ທີ່ປະເທດໃດໜຶ່ງຈະຕໍ່ສູ້ຕາມລຳພັງຕົນເອງ. ການພັດທະນາຢາປ້ອງກັນ ໂຄວິດ-19 ບໍ່ພຽງແຕ່ເປັນໂອກາດຂອງປະເທດຕ່າງໆທີ່ຈະຕ້ອງປະຕິບັດຮ່ວມມືກັນຫາກຍັງຕ້ອງຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກຢາວັກແຊງອີກດ້ວຍ.
ນອກນີ້ ທ່ານນາງ ອັງເກລາ ແມຣເຄີລ ຍັງໃຫ້ຮູ້ວ່າ ທ່ານໝອງ–ຄລອດ ຈຸງເກີ ປະທານຄະນະກຳມະການ ສະຫະພາບເອີຣົບ ໄດ້ເຊີນເຢຍລະມັນ ໃຫ້ເຂົ້າຮ່ວມກອງປະຊຸມທາງໄກ ກ່ຽວກັບການເລັ່ງບໍລິຈາກເງິນເພື່ອລະດົມທຶນ ໃຫ້ແກ່ການພັດທະນາຢາປ້ອງກັນໂຄວິດ-19 ຕໍ່ໄປ ເມື່ອວັນທີ 4 ພືດສະພານີ້.