ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ

ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ - e4j - ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ
ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ - kitchen vibe - ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ໃນໄລຍະວັນທີ 4 ຫາ 7 ພຶດສະພານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກໍາລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຫຼາຍຢູ່ທົ່ວໄປພ້ອມມີຫມອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີ ຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 8 ຫາ 10 ພຶດສະພານີ້, ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຈະເພີ່ມກໍາລັງແຮງຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂື້ນຕື່ມພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະເກີດ ມີລົມພາຍຸລະດູຮ້ອນ, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກຫນັກ, ຟ້າຜ່າ ແລະ ຫມາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ຄາດຄະເນສະພາບອາກາດໃນແຕ່ລະພາກ: ພາກເຫນືອດ້ານຕາເວັນອອກ: ໃນໄລຍະວັນທີ 4 ຫາ 7 ພຶດສະພາ ອາກາດຍັງຈະຮ້ອນ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ຈາກນັ້ນວັນທີ 8 ຫາ 10 ພຶດສະພາ 2020 ອາກາດຈະຮ້ອນຂື້ນຕື່ມ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ ຕ່ອຍຫາປານກາງ ແລະ ຕົກຫນັກ, ຟ້າຜ່າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 17 – 10 ອົງສາ ແລະ ສູງສຸດ 31- 33 ອົງສາ. ພາກເຫນືອດ້ານຕາເວັນຕົກ; ໃນໄລຍະວັນທີ 4 ຫາ 7 ພຶດສະພາ 2020 ອາກາດຮ້ອນຫາຮ້ອນເອົ້າ ແລະ ມີຫມອກແຫ້ງປົກຫຸ້ມ ໃນຕອນກາງເວັນ, ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຫຼວງພະບາງ ແລະ ໄຊຍະບູລີ.

ຈາກນັ້ນວັນທີ 8 ຫາ 10 ພຶດສະພາ 2020 ອາກາດຍັງຈະສືບຕໍ່ຮ້ອນຫາຮ້ອນເອົ້າຂຶ້ນຢູ່ຫຼາຍທ້ອງຖິ່ນ ພ້ອມມີຫມອກ ແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກຫນັກ, ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນແຂວງ ຫຼວງນ້ໍາທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 30-40 ອົງສາ. ພາກກາງ: ໃນໄລຍະວັນທີ 4 ຫາ 10 ພຶດສະພາ 2020 ອາກາດຍັງຈະຮ້ອນຫາຮ້ອນເອົ້າຫຼາຍ, ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວ ໄປໃນຕອນກາງເວັນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 30-40 ອົງສາ. ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ, ໃນໄລຍະວັນ 4 ຫາ 10 ພຶດສະພາ 2020 ອາກາດເປັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 26-20 ອົງສາ. ພາກໃຕ້: ໃນໄລຍະວັນທີ 4 ຫາ 10 ພຶດສະພາ 2020 ອາກາດຮ້ອນຫາຮ້ອນເສົ້າຫຼາບ, ພ້ອມມີຫນອກແຫ້ງປົກຫຸ້ມຢູ່ທົ່ວໄປໃນ ຕອນກາງເວັນ ແລະ ຈະມີຝົນຕົກຟ້ອງຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງ ຖິ່ນແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື, ອຸນຫະພູມຕໍ່າສຸດ 24-25 ອົງສາ ແລະ ສູງສຸດ 30-40 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 4 ຫາ 10 ພຶດສະພາ 2020 ອາກາດຈະຫນາວເປັນໃນຕອນກາງຄືນຫາຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາຕົກປານກາງ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 15-17 ອົງສາ ແລະ ສູງສຸດ 26-20 ອົງສາ. ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ່ 4 ຫາ 10 ພຶດສະພາ 2020 ອາກາດຍັງຈະສືບຕໍ່ຮ້ອນຫາຮ້ອນເອົ້າຫຼາຍ, ພ້ອມມີຫມອກ ແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາຕຶກປານກາງພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນໃນທ້າຍຕອນບ່າຍຫາຕອນກາງຄືນ. ອຸນຫະພູມຕໍ່າສຸດ 26-27 ອົງສາ ແລະ ສູງສຸດ 30-40 ອົງສາ, ດໍາເຕືອນ: ເນື່ອງຈາກວ່າໃນໄລຍະວັນທີ່ 8 ຫາ 10 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມືກໍ. ລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເກີດ. ມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ຫມາກເຫັບຕົກ ແລະ ລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະ ພາກ ໃນໄລຍະທ້າຍຕອນບ່າຍຫາກາງຄືນ, ຊຶ່ງຈະເຮັດໃຫ້ມີ ຟ້າຜ່າ, ຕົ້ນໄມ້ໃຫຍ່ ແລະ ເສົ້າໄຟຟ້າຫັກລົ້ມ, ເຮືອນ-ຕຶກອາດານ ເປ່ ເພ, ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ຫຼີກລ້ຽງຢູ່ບ່ອນເປີດແປນ, ພ້ອມມື ສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້.

ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ - 4 - ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ
ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ - 5 - ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ
ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ - 3 - ອຸຕຸເຕືອນ! ວັນທີ 4-8 ພຶດສາພານີ້ ອາກາດຈະຮ້ອນ ແລະ ມີລົມແຮງ
  • 1097 Posts
  • 0 Comments
iLike/LPN/20