5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້

5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - e4 1 - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້
5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - kitchen vibe - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້

ເວລາທີ່ເຫັນຄົນອື່ນທີ່ສະຫລາດຫລາຍໆ ເຮົາມັກຈະຄິດວ່ານັ້ນແມ່ນພອນສະຫວັນຂອງເຂົາທີ່ຕິດໂຕມາແຕ່ເກີດ ເຮົາຄິດວ່າມັນຄົງເປັນໄປບໍ່ໄດ້ດອກທີ່ຈະເກັ່ງຂະໜາດນັ້ນໄດ້, ແຕ່ຄວາມຈິງແລ້ວມັນບໍ່ແມ່ນເລີຍ ເຮົາສາມາດສະຫລາດຂຶ້ນໄດ້ ເພາະວ່າຄົນເຮົາກໍລ້ວນແຕ່ມີສັກກະຍະພາບທີ່ຈະພັດທະນາຕົນເອງ, ຝຶກຝົນ ແລະ ເກັ່ງໃນດ້ານຕ່າງໆ, ມີຄົນຫລາຍຄົນເທິງໂລກນີ້ທີ່ບໍ່ໄດ້ເກັ່ງມາຕັ້ງແຕ່ເກີດ ແຕ່ພວກເຂົາກໍສາມາດກ້າວຂຶ້ນມາປະສົບຄວາມສຳເລັດ ແລະ ຖ່າຍທອດສິ່ງດີໆໃຫ້ກັບຄົນອື່ນໄດ້ ເພາະພວກເຂົາຮຽນຮູ້ວ່າຈະພັດທະນາສິ່ງທີ່ພວກເຂົາມີຢູ່ ເພື່ອເຮັດໃຫ້ໂຕເອງສະຫລາດຂຶ້ນໄດ້ ແລະ ທ່ານກໍສາມາດເຮັດໄດ້ຄືກັນ.

  1. ອ່ານໜັງສືຫລາຍໆ : ທ່ານອາດຈະຮູ້ສຶກທໍ້ເວລາທີ່ເຫັນຄົນອື່ນອ່ານໜັງສືໄດ້ຫລາຍໆ ປຽບດັ່ງວ່າພວກເຂົາດາວໂຫລດຂໍ້ມູນເຫລົ່ານັ້ນລົງສະໝອງໄດ້ໂດຍກົງ, ແຕ່ຢ່າຟ້າວຕົກໃຈໄປ ເພາະມີບໍ່ເທົ່າໃດຄົນດອກທີ່ເຮັດແບບນັ້ນໄດ້ ມັນໜ້າອິດສາກໍແມ່ນ ແຕ່ຢ່າລືມວ່າຄົນເກັ່ງໆຫລາຍຄົນກໍບໍ່ໄດ້ອ່ານໄວ ສິ່ງທີ່ພວກເຂົາເຮັດກໍແມ່ນອ່ານໃຫ້ເປັນນິໄສ. ເຮົາຕ້ອງອ່ານໜັງສືເປັນປະຈຳ ຖ້າເຮົາອ່ານໜ້ອຍ ຫລື ບໍ່ໄດ້ເຮັດເປັນກິດຈະວັດ ເຮົາຈະຮູ້ສຶກລືມ ແລະ ກຽດຄ້ານທີ່ຈະອ່ານ ການອ່ານເປັນປະຈຳຈະຊ່ວຍໃຫ້ທ່ານສາມາດນຳສິ່ງທີ່ອ່ານມາໃຊ້ໄດ້ງ່າຍຂຶ້ນ. ຄົນທີ່ເກັ່ງໆນັ້ນ ອ່ານໜັງສືເປັນຊີວິດຈິດໃຈ ຈົນເກືອບຈະກາຍເປັນການຝຶກຝົນ ແລະ ແນ່ນອນວ່າ ການຝຶກຝົນກໍເຮັດໃຫ້ເຮົາພັດທະນາໄປເລື້ອຍໆຈົນເກັ່ງຂຶ້ນນັ້ນເອງ.
  2. ຄົນທີ່ສະຫລາດຍ່ອມໃຊ້ເວລາຢູ່ກັບຄົນທີ່ສະຫລາດ : ຄົນເຮົາມັກຈະໃຊ້ເວລາກັບຄົນທີ່ຄືໆກັນ ຖ້າທ່ານຢາກຈະສະຫລາດຂຶ້ນ ທ່ານກໍຕ້ອງໃຊ້ເວລາຮ່ວມກັບຄົນທີ່ສະຫລາດກ່ວາທ່ານ ເຊັ່ນ : ຄຳທີ່ບອກວ່າ ຖ້າທ່ານເປັນຄົນທີ່ສະຫລາດທີ່ສຸດໃນບ່ອນນັ້ນ ທ່ານກໍຢູ່ຜິດບ່ອນແລ້ວລະ.
  3. ຄົນສະຫລາດນັ້ນບໍ່ຢ້ານຄວາມຜິດພາດ : ຈື່ໄວ້ວ່າກ້າວທີ່ພາດແມ່ນໂອກາດທີ່ຈະຮຽນຮູ້ສິ່ງໃໝ່ໆ ແລະ ພັດທະນາຕົນເອງໄປທາງໜ້າ. ການທີ່ເຮົາຈະເກັ່ງຂຶ້ນນັ້ນໝາຍຄວາມວ່າເຮົາຕ້ອງຄິດກ່ຽວກັບຄວາມຜິດພາດໃໝ່ ທ່ານຕ້ອງບໍ່ຢ້ານທີ່ຈະເຮັດຜິດພາດ ເພາະການເຮັດຜິດພາດຈະເຮັດໃຫ້ທ່ານກັບມາທົບທວນໂຕເອງ ແລະ ເຫັນວ່າໂຕເອງຕ້ອງປັບປຸງບ່ອນໃດແດ່ເພື່ອທີ່ຈະກ້າວໄປຂ້າງໜ້າ ຄົນສະຫລາດທຸກຄົນຍ່ອມຮັບຮູ້ເຖິງສິ່ງເຫລົ່ານີ້ເປັນຢ່າງດີ.
  4. ຄົນສະຫລາດນັ້ນໃຫ້ຄຸນຄ່າກັບຄວາມຮູ້ທຸກປະເພດ :​ ຄົນໂງ່ນັ້ນມັກຈະປະຕິເສດຄວາມຮູ້ທີ່ບໍ່ກ່ຽວຂ້ອງກັບໂຕເຂົາ ເພາະຄິດວ່າຮູ້ໄປກໍບໍ່ໄດ້ຊ່ວຍຫຍັງ, ແຕ່ຄົນສະຫລາດຈະຄິດກົງກັນຂ້າມ ພວກເຂົາສົນໃຈຄວາມຮູ້ທຸກປະເພດ, ສົນໃຈໃນສິ່ງທີ່ເຂົາບໍ່ຮູ້ ແລະ ຕ້ອງການທີ່ຈະຮູ້ມັນ ເພາະຄວາມຮູ້ເປັນສິ່ງທີ່ບອກບໍ່ໄດ້ດອກວ່າຄວາມຮູ້ແບບໃດມີຄຸນຄ່າ ຫລື ແບບໃດໄຮ້ຄຸນຄ່າ ຄົນສະຫລາດຈຶ່ງເປີດຮັບຄວາມຮູ້ທຸກປະເພດ ພວກເຂົາມັກຮຽນຮູ້ ແລະ ເຫັນໂອກາດທີ່ຈະຂະຫຍາຍຄວາມຮູ້ນັ້ນໃຫ້ກ້ວາງອອກໄປຕື່ມ.
  5. ພວກເຂົາເຮັດວຽກໜັກ (ຫລາຍ) : ການເຮັດວຽກໜັກແມ່ນປັດໄຈສຳຄັນທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນ ເພາະການເຮັດວຽກແມ່ນການໄດ້ເຈາະເລິກເຂົ້າໄປໃນສິ່ງຕ່າງໆໂດຍກົງ ເຖິງວ່າທ່ານຈະມີຄວາມຮູ້ຫລາຍ ແຕ່ຖ້າທ່ານບໍ່ລອງລົງມືເຮັດ ມັນກໍອາດຈະເປັນຄວາມຮູ້ທີ່ບໍ່ເລິກເຊິ່ງ ຄົນສະຫລາດຈຶ່ງຕັ້ງໃຈກັບການເຮັດວຽກ ພວກເຂົາບໍ່ປະຕິເສດຂໍ້ນີ້ ເພາະວ່າມັນແມ່ນປັດໄຈສຳຄັນທີ່ເຮັດໃຫ້ພວກເຂົາເກັ່ງຂຶ້ນໃນທຸກໆມື້ນັ້ນເອງ.
5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - 5 - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້
5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - 3 - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້
5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - 4 - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້
5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - Visit Laos Visit SALANA BOUTIQUE HOTEL - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້
5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້ - Visit Laos Visit SALANA BOUTIQUE HOTEL - 5 ວິທີທີ່ຈະເຮັດໃຫ້ທ່ານສະຫລາດຂຶ້ນໃນທຸກໆມື້
  • 1097 Posts
  • 0 Comments
iLike/LPN/20