ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ

ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ - 55 - ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ
ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ - kitchen vibe - ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ

    ລັດຖະບານ​ອິນ​ເດຍ​ເປີດ​ເຜີຍ​ວ່າ: ​ໄດ້​ເລີ່​ມປະຕິບັດ​ການ​ເອົາ​ພົນລະ​ເມືອງ​ກັບປະ​ເທດ​ແລ້ວ ຫລັງ​ຈາກ​ຕົກ​ຄ້າງ​ຢູ່​ຕາມ​ປະ​ເທດ​ຕ່າງໆ ​ເພາະ​ສະຖານະ​ການ​ໂຣກຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາ 2019 ຫລື ​ໂຄ​ວິດ-19 ລະບາດ ​ໂດຍ​ໃຊ້​ທັງ​ເຮືອ ​ແລະ ​ເຮືອບິນ​ຂອງ​ກອງທັບ​ອົບ​ພະຍົບກັບ.

ອິນ​ເດຍຫ້າ​ມຖ້ຽວ​ບິນ​ສາກົນ​ເຂົ້າທັງ​ໝົດນັບ​ແຕ່​ທ້າຍ​ເດືອນ​ມີນາ ​ເປັນ​ມາດ​ຕະການ​ປິດ​ເມືອງ​ເຂັ້ມງວດ​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ​ໂລກ ​ເຮັດ​ໃຫ້​ພົນລະ​ເມືອງ​ຈຳນວນ​ຫລາຍ ທັງ​ນັກຮຽນ-ນັກ​ສຶກສາ ​ແລະ ​ຄົນ​ເຮັດ​ວຽກ​ຕົກ​ຄ້າງ​ຢູ່​ຕາມ​ຕ່າງປະ​ເທດ. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປີດ​ເຜີຍ​ໃນ​ວັນ​ທີ 5 ພຶດສະພາ​ວ່າ: ​ເຮືອ​ກອງທັບ​ເຮືອ​ສອງ​ລຳ​ກຳລັງ​ມຸ່ງ​ໜ້າ​ໄປ​ມັລດິບ, ອີກ​ລຳ​ໜຶ່ງ​ກຳລັງ​ມຸ່ງ​ໜ້າ​ໄປ​ສະຫະລັດ ອາຣັບ ​ເອມິ​ເຣດ ຫລື UAE. ລັດຖະບານ​ອິນ​ເດຍຖະ​ແຫລ​ງວ່າ: ຈະ​ເລີ່​ມອົບ​ພະຍົບພົນລະ​ເມື​ອງກັບ​ນັບ​ແຕ່​ວັນ​ທີ 7 ພຶດສະພາ, ສະຖານທູດ ​ແລະ ສະຖານ​ກົງສຸນ​ກຳລັງ​ກະກຽມ​ລາຍ​ຊື່​ພົນລະ​ເມືອງ​ຢູ່.

UAE ມີ​ຊຸມ​ຊົນ​ຊາວ​ອິນ​ເດຍອາ​ໄສ​ຢູ່​ສູງ​ເຖິງ 3,3 ລ້ານ​ຄົນ ຫລື ປະມານ 30% ຂອງ​ປະຊາກອນ​ທັງ​ໝົດ. ສະຖານ​ກົງ​ສຸນ​ອິນ​ເດຍຢູ່​ດູ​ໄບ ໜຶ່ງ​ໃນ 7 ລັດ​ຂອງ UAE ​ເປີດ​ເຜີຍ​ວ່າ: ​ໄດ້​ຮັບ​ຄຳ​ຂໍ​ກັບປະ​ເທດ​ເກືອບ 200.000 ຄົນ ຈຶ່ງ​ຂໍ​ໃຫ້​ຜູ້​ຍື່ນ​ຄຳ​ຂໍ​ອົດທົນ ​ແລະ ​ໃຫ້ການ​ຮ່ວມ​ມື​ກັບ​ທາງ​ການ ​ເພາະ​ເປັນ​ປະຕິບັດ​ການ​ອົບ​ພະຍົບກັບ​ຂະ​ບວນ​ໃຫຍ່. ກ່ອນ​ໜ້າ​ນີ້ UAE ຮຽກຮ້ອງ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ ​ເອົາ​ພົນລະ​ເມືອງ​ຂອງ​ຕົນ​ເອງ ​ເຊິ່ງສ່ວນ​ຫລາຍ​ເປັນ​ແຮງ​ງານ​ອອກ​ຈາກ UAE, ມີ​ຄົນ​ອອກ​ໄປ​ແລ້ວ​ເກືອບ 23.000 ຄົນ​ເຖິງ​ວັນ​ທີ 20 ​ເມສາ, ​ແຕ່​ອິນ​ເດຍບໍ່​ປະຕິບັດ​ຕາມ​ຄຳ​ຂໍ ​ໂດຍ​ອ້າງ​ວ່າ​ມີ​ບັນຫາ​ດ້ານ​ໂລ​ຈິ​ຕິກ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ຮັບ​ກັບ ​ແລະ ກັກ​ກັກ​ເບິ່ງ​ອາການ​ພົນລະ​ເມືອງ​ເກືອບ​ລ້ານ​ທີ່​ກັບ​ມາ.

ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ - 4 - ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ
ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ - 5 - ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ
ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ - 3 - ອິນເດຍເລີ່ມປະຕິບັດການ ຮັບພົນລະເມືອງກັບປະເທດ