3 ເຕັກນິກທີ່ຈະເຮັດໃຫ້ທ່ານກາຍເປັນຄົນຊ່າງຮຽນຮູ້

ການຮຽນຮູ້ເປັນສິ່ງສຳຄັນ ເພາະວ່າມັນຈະຊ່ວຍໃຫ້ທ່ານພັດທະນາຕົນເອງ ໃນຊີວິດຂອງຄົນເຮົາຈຶ່ງບໍ່ຄວນທີ່ຈະຢຸດຮຽນຮູ້ ເພາະຖ້າເປັນແບບນັ້ນກໍບໍ່ຕ່າງຫຍັງຈາກ “ຈອກທີ່ມີນຳ້ເຕັມຢູ່” ບໍ່ວ່າຈະຕື່ມນຳ້ໃສ່ອີກເທົ່າໃດມັນກໍຈະລົ້ນອອກມາຢູ່ສະເໝີ ແລະ ສື່ໃຫ້ເຫັນນຳວ່າ ຄົນປະເພດນີ້ບໍ່ສາມາດຮຽນຮູ້ຫຍັງໄດ້ອີກແລ້ວ ເພາະເຂົາຄິດວ່າໂຕເອງຮູ້ໄປໝົດທຸກຢ່າງ ເຊິ່ງຊີວິດຂອງຄົນເຮົາບໍ່ສາມາດທີ່ຈະຮູ້ທຸກຢ່າງໄດ້ດອກ. ດັ່ງນັ້ນ ຈຶ່ງຈຳເປັນຫລາຍທີ່ເຮົາຈະຕ້ອງຮຽນຮູ້ໄປເລື້ອຍໆຕະຫລອດຊີວິດ.
ບົດຄວາມນີ້ຈະມາແນະນຳເຕັກນິກທີ່ເຮັດໃຫ້ທ່ານກາຍເປັນຄົນຊ່າງຮຽນຮູ້ ບໍ່ຈຳເປັນວ່າທ່ານຈະຕ້ອງເປັນນັກຮຽນນັກສຶກສາ, ບໍ່ວ່າທ່ານຈະເປັນໃຜ ເຕັກນິກເຫລົ່ານີ້ກໍຈະຊ່ວຍທ່ານໄດ້ສະເໝີ ເພາະຊີວິດແມ່ນການຮຽນຮູ້ນັ້ນເອງ.
- ຄິດໃຫ້ຄືເດັກນ້ອຍ : ແມ່ນແລ້ວ ທ່ານຕ້ອງມີວິທີຄິດຄ້າຍຄືກັບເດັກນ້ອຍ ທີ່ມັກຈະສົງໄສໄຝ່ຮູ້ຢູ່ຕະຫລອດເວລາ ແລະ ນິໄສແບບນີ້ກໍເຮັດໃຫ້ເດັກມີຄວາມຕ້ອງການທີ່ຈະຮຽນຮູ້ກ່ຽວກັບໂລກໃບນີ້ ເພາະເມື່ອເຮົາໃຫຍ່ຂຶ້ນ ຄວາມສົງໄສມັກຈະຫາຍໄປໂດຍທີ່ເຮົາບໍ່ຮູ້ໂຕ ເຮົາກາຍເປັນຄົນທໍລະນົງ ຄິດວ່າຕົນເອງຮູ້ ແລະ ປິດກັ້ນຄວາມຮູ້ໃໝ່ໆ. ດັ່ງນັ້ນ, ສິ່ງທີ່ທ່ານຄວນເຮັດກໍຄື ເອົາຄວາມເປັນເດັກນ້ອຍກັບມາ, ທ່ານຕ້ອງຊ່າງສົງໄສ ແລະ ພະຍາຍາມຫາຄຳຕອບຈາກສິ່ງເຫລົ່ານັ້ນ ເຊັ່ນ : ຖ້າທ່ານເຫັນບໍລິສັດທີ່ກຳລັງເປີດໃໝ່ໄດ້ບໍ່ດົນປະສົບຄວາມສຳເລັດຢ່າງຫລາຍ ຄວາມສົງໄສກໍອາດຈະເກີດຂຶ້ນໃນໃຈຂອງທ່ານວ່າ “ເປັນຫຍັງເຂົາຈຶ່ງປະສົບຄວາມສຳເລັດໄດ້ວ່ອງໄວປານນັ້ນ ?”.
- ມີຄູ – ອາຈານ ຫລື ຄົນຄອຍແນະນຳທີ່ໄວ້ໃຈໄດ້ : ການມີຄົນສອນຈະເຮັດໃຫ້ທ່ານຮຽນຮູ້ໄດ້ໄວຍິ່ງຂຶ້ນ ແລະ ຖ້າຄົນເຫລົ່ານັ້ນເປັນຄົນທີ່ມີຄວາມສາມາດນຳ ທ່ານຈະຮັກການຮຽນຮູ້ຫລາຍຂຶ້ນ. ການມີຄົນຄອຍແນະນຳນັ້ນໝາຍຄວາມວ່າ ພວກເຂົາເອົາປະສົບການຂອງໂຕເອງມາຖ່າຍທອດໃຫ້ກັບພວກເຮົາ, ອັນໃດທີ່ພວກເຂົາເຮັດສຳເລັດ ຫລື ອັນໃດທີ່ເຮັດຜິດພາດ ເຮົາຈະໄດ້ຮຽນຮູ້ສິ່ງເຫລົ່ານີ້ໃນເວລາອັນສັ້ນ, ການມີຜູ້ຊ່ຽວຊານຄອຍແນະນຳຈຶ່ງເປັນເລື່ອງຈຳເປັນຫລາຍ.
- ອ່ານ ອ່ານ ແລະ ອ່ານ : ຂໍ້ຜ່ານມາໄດ້ບອກວ່າ ທ່ານຄວນຈະມີຄູ – ອາຈານ ຄຳຖາມທີ່ທ່ານອາດຈະຖາມກັບມາກໍຄື : ແລ້ວຈະໄປຫາຄົນເຫລົ່ານັ້ນມາຈາກໃສ ? ຄຳຕອບທີ່ເຮົາຢາກບອກກໍແມ່ນ “ໜັງສື”.
ເຊິ່ງໜັງສືກໍແມ່ນຄູທີ່ດີໄດ້ ແລະ ສຳລັບບາງຄົນມັນອາດຈະເປັນຄູທີ່ດີທີ່ສຸດ. ການອ່ານໜັງສືເປັນການຮັບຮູ້ເຖິງປະສົບການ ຫລື ຄວາມຮູ້ຂອງໃຜຈັກຄົນໜຶ່ງ ພຽງແຕ່ທ່ານອ່ານໜັງສືຈົບໜຶ່ງເຫລັ້ມ ທ່ານກໍອາດຈະໄດ້ຮູ້ຈັກຊີວິດຂອງຄົນໆນັ້ນທີ່ດຳເນີນມາຍາວນານຫລາຍປີ ເມື່ອປຽບທຽບກັບເວລາທີ່ເສຍໄປແລ້ວ ມັນຈຶ່ງກຸ້ມຄ່າຫລາຍໆ. ພວກເຮົາຄິດວ່າ ພຽງແຕ່ທ່ານໄດ້ແງ່ຄິດ ຫລື ໄອເດຍດີໆຈາກການອ່ານໜັງສື ມັນກໍກຸ້ມຄ່າກັບເງິນ ແລະ ເວລາທີ່ຈ່າຍໄປນັ້ນແລ້ວ.