ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ

ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - 60 - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ
ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - kitchen vibe - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ

     ທີ​ມວິ​ໄຈຈາກ​ຫ້ອງ​ປະຕິບັດ​ການ​ທາງ​ວິທະຍາສາດ​ແຫ່ງ​ຊາດ​ລອສ ອາລາມ​ອສ ​ໃນ​ລັດ​ນິວ​ເມັກ​ຊິ​ໂກ ສັງກັດ​ກະຊວງ​ພະລັງງານ​ອາ​ເມ​ລິ​ກາ ພົບ​ວ່າ​ໄວຣັສ​ໂຄ​ໂຣນາ ສາຍ​ພັນ​ໃໝ່ ຕົ້ນຕໍ​​ໂຄ​ວິດ-19 ມີ​ການ​ກາຍພັນ ​ແລະ ​ແຜ່​ເຊື້ອ​ໄດ້​ໄວ​ກວ່າ​ສາຍ​ພັນ​ດັ້ງ​ເດີມ​ທີ່​ພົບ​ການ​ແຜ່​ລະບາດ​ໃນ​ທ້າຍ​ປີຜ່ານມາ.

ທີ​ມວິ​ໄຈ​ຄະນະ​ນີ້ ​ເປີດ​ເຜີຍ​ໃນ​ວັນ​ທີ 5 ພຶດສະພາ​ວ່າ: ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ ກາຍພັນ​ຈາກ​ໄວຣັສ​ໂຄ​ໂຣນາສາ​ຍພັນຕົ້ນຕໍ​ທີ່​ຖືກ​ພົບ​ຄັ້ງທຳ​ອິດ​ເມື່ອ 3 ​ເດືອນ​ກ່ອນ​ຢູ່​ເອີຣົບ ​ເຊິ່ງ​ໄວຣັສ​ໂຄ​ໂຣນາ​ທີ່​ກາຍພັນ​ຫລ້າ​ສຸດ​ນີ້​ສາມາດ​ແຜ່​ກະຈາຍ​ໄດ້​ວ່ອງ​ໄວ​ຈາກ​ເອີຣົບມາ​ຫລາຍ​ລັດ​ທາງ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ ກ່ອນ​ຈະ​ກາຍ​ເປັນ​ສະພາບ​ການ​ແຜ່​ລະບາດ​ໃຫຍ່​ທົ່ວ​ໂລກ ​ເມື່ອ​ກາງ​ເດືອນ​ມີນາ​ຜ່ານ​ມາ.

ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ
ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ

ຜົນ​ວິ​ໄຈ​ຂອງ​ທີ​ມວິ​ໄຈ​ຄະນະ​ນີ້ ຍັງ​ເຕືອນ​ວ່າ: ອາກາດ​ທີ່ອົບ​ອຸ່ນ​ຂຶ້ນບໍ່​ໄດ້​ມີ​ຜົນ​ຕໍ່​ການ​ຫລຸດ​ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ແຕ່​ຢ່າງ​ໃດ ​ໂດຍ​ສະ​ເພາະ​ຄຸນສົມບັດ​ການ​ກາຍພັນ​ໄດ້​ຢ່າງ​ຕໍ່​ເນື່ອງ​ຂອງ​ໄວຣັສຊະນິດ​ນີ້, ​ແຕ່​ການຄົ້ນພົບ​ຄັ້ງນີ້​ເຮັດ​ໃຫ້​ຮູ້​ວ່າ​ໄວຣັສທີ່​ກາຍພັນ​ຊະນິດ​ໃໝ່​ນີ້​ບໍ່​ໄດ້​ມີ​ອັນຕະລາຍ​ຮ້າຍ​ແຮງ​ກວ່າ​ສາຍ​ພັນ​ດັ້ງ​ເດີມ.

​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຄະນະ​ນັກວິທະຍາສາດ​ຢູ່​ອາ​ເມ​ລິ​ກາ​ເນັ້ນວ່າ: ການຄົ້ນພົບ​ຫລ້າ​ສຸດ​ນີ້​ເປັນ​ຄຳ​ເຕືອນ​ຮີບ​ດ່ວນ​ໃນ​ການ​ພັດທະນາ​ວັກ​ແຊງ​ຕ້ານ​ໄວຣັສ ​ແລະ ​ເລັ່ງຫາ​ຫົນທາງ​ການ​ປິ່ນປົວ​ທີ່​ມີ​ປະສິດທິພາບ ​ເພື່ອ​ຮັບ​ມື​ກັບ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ນີ້.

ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - 4 - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ
ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - 5 - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ
ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ - 3 - ນັກວິໄຈອາເມລິກາພົບໂຄວິດ-19 ກາຍພັນແຜ່ເຊື້ອໄວກວ່າເກົ່າ