“ໂຄວິດ-19 ກາຍພັນ” ອຸປະສັກຮ້າຍຕໍ່ “ການພັດທະນາວັກແຊງຕ້ານໄວຣັສ”
“ນັກວິໄຈອາເມລິກາ” ຊີ້ ໂຄວິດ-19 ກາຍພັນ ເປັນອຸປະສັກຮ້າຍຕໍ່ການພັດທະນາວັກແຊງຕ້ານໄວຣັສ.
ນັກວິໄຈຈາກຫ້ອງປະຕິບັດການແຫ່ງຊາດ ລອສ ອາລາໂມສ (LANL) ໜຶ່ງໃນຫ້ອງປະຕິບັດການວິໄຈທີ່ໃຫຍ່ທີ່ສຸດໃນໂລກ ສັງກັດກະຊວງພະລັງງານອາເມລິກາ ເປີດເຜີຍວ່າ: ໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ເຊິ່ງເກີດຂຶ້ນຢູ່ເມືອງອູ່ຮັ່ນ ປະເທດຈີນ ເມື່ອ 4 ເດືອນກວ່າຜ່ານມາ ໄດ້ກາຍພັນເປັນສາຍພັນໃໝ່ທີ່ຕິດຕໍ່ໄດ້ໄວຂຶ້ນ ແລະ ກຳລັງລະບາດໜັກຢູ່ອາເມລິກາ.
ຜົນການສຶກສາອັນໃໝ່ຂອງຫ້ອງປະຕິບັດການແຫ່ງຊາດ ລອສ ອາລາໂມສ ຄວາມຍາວ 33 ໜ້າ ໄດ້ຮັບການເຜີຍແຜ່ຜ່ານເວັບໄຊ bioRxiv (ໄບໂອອາຣໄຄ) ສາງເອກະສານວິຊາການອອນລາຍດ້ານຊີວະວິທະຍາ ລະບຸວ່າ: ໄວຣັສໂຄໂຣນາທີ່ກາຍພັນເລີ່ມການແຜ່ລະບາດຢູ່ເອີຣົບໃນຕົ້ນເດືອນກຸມພາ ກ່ອນຈະລຸກລາມໄປພາກພື້ນອື່ນໆ ລວມທັງອາເມລິກາ, ການາດາ ແລະ ໄດ້ກາຍເປັນສາຍພັນຫລັກທີ່ພົບໃນຫລາຍປະເທດທົ່ວໂລກພາຍໃນໄລຍະເດືອນມີນາຜ່ານມາ.
ນັກວິໄຈກຳລັງເຝົ້າຕິດຕາມເບິ່ງວ່າ: ໄວຣັສຊະນິດນີ້ຈະອ່ອນກຳລັງລົງເມື່ອອຸນຫະພູມສູງຂຶ້ນ ໃນຊ່ວງລະດູຮ້ອນຄືກັບໄວຣັສໂຄໂຣນາທີ່ເຮັດໃຫ້ເກີດໂຣກຫວັດຕາມລະດູການ ຫລື ບໍ່ ຫລື ຈະກາຍພັນຕໍ່ໄປ ເຊິ່ງຖ້າເປັນແນວນັ້ນຈະເຮັດໃຫ້ເກີດຂໍ້ຈຳກັດກ່ຽວກັບປະສິດທິພາບຂອງວັກແຊງຕ້ານໂຄວິດ-19 ທີ່ທົ່ວໂລກກຳລັງເລັ່ງພັດທະນາຢູ່ ເນື່ອງຈາກນັກວິໄຈວັກແຊງສ່ວນໜຶ່ງໃຊ້ລຳດັບພັນທຸກຳຂອງໄວຣັສໂຄໂຣນາໃນໄລຍະທຳອິດນັບແຕ່ເກີດການແຜ່ລະບາດຕັ້ງຕົ້ນ ເພື່ອປະໂຫຍດດ້ານການພັດທະນາວັກແຊງ.
ທ່ານ ເບດ ຄໍເບີ ນັກຊີວະວິທະຍາຂອງ LANL ເຊິ່ງເປັນຜູ້ຂຽນລາຍງານຜົນການສຶກສາ ກ່າວວ່າ: ເຖິງວ່າເລື່ອງນີ້ຈະເປັນຂ່າວທາງລົບ ແຕ່ຢ່າຟ້າວຖອດໃຈ ເພາະທີມນັກວິໄຈ LANL ໄດ້ເກັບບັນທຶກຂໍ້ມູນການກາຍພັນນີ້ໄວ້ໝົດແລ້ວ ລວມທັງຜົນຂອງການກາຍພັນທີ່ມີຕໍ່ການແຜ່ລະບາດ ແລະ ການຮ່ວມມືລະຫວ່າງບັນດານັກວິໄຈໃນຫ້ອງປະຕິບັດການຂອງປະເທດຕ່າງໆທົ່ວໂລກ ເຮັດໃຫ້ມີການສຶກສາ, ຕິດຕາມ ແລະ ແລກປ່ຽນຂໍ້ມູນກ່ຽວກັບລຳດັບພັນທຸກຳໃໝ່ຂອງໄວຣັສຊະນິດນີ້ໄດ້ຢ່າງວ່ອງໄວ ແລະ ເທົ່າທີ່ຈະເປັນໄປໄດ້.
ນອກຈາກນີ້ ນັກວິໄຈຍັງເຕືອນວ່າ: ການກາຍພັນຂອງເຊື້ອໄວຣັສເປັນເລື່ອງໜ້າເປັນຫ່ວງຮີບດ່ວນ ເນື່ອງຈາກກຳລັງມີການພັດທະນາວັກແຊງເພື່ອຕ້ານໂຄວິດ-19 ຫລາຍກວ່າ 100 ໂຄງການທົ່ວໂລກ.
ມີລາຍງານວ່າ: ໃນຕົ້ນເດືອນມີນາ ນັກວິໄຈຂອງຈີນອອກມາລະບຸວ່າ: ໄວຣັສໂຄໂຣນາສາຍພັນໃໝ່ທີ່ແຜ່ລະບາດຢູ່ ຖືກກວດພົບວ່າມີ 2 ສາຍພັນທີ່ແຕກຕ່າງກັນ ໃນການສຶກສາຂອງນັກວິທະຍາສາດແຫ່ງມະຫາວິທະຍາໄລປັກກິ່ງ ແລະ ສະຖາບັນປາສເຕີໃນຊຽງໄຮ້ ເຜີຍແຜ່ໃນວັນທີ 3 ມີນາ ຊີ້ວ່າ: ໄວຣັສໂຄໂຣນາສາຍພັນໃໝ່ທີ່ຕິດຕໍ່ໄດ້ວ່ອງໄວຂຶ້ນນັ້ນ ມີອັດຕາສ່ວນປະມານ 70% ຂອງທັງໝົດທີ່ຖືກນຳມາວິໄຈ ແລະ ເປັນສາຍພັນທີ່ອອກອາການຮຸນແຮງ ເຮັດໃຫ້ຜູ້ຕິດເຊື້ອເສຍຊີວິດ ພົບຫລາຍໃນໄລຍະທີ່ມີການແຜ່ລະບາດໃໝ່ໆ ຢູ່ເມືອງອູ່ຮັ່ນ.
ເຖິງຢ່າງໃດກໍຕາມ, ທີມນັກວິໄຈຂອງ LANL ໄດ້ຮ່ວມມືກັບນັກວິທະຍາສາດຈາກມະຫາວິທະຍາໄລດາຍຸກ ແລະ ມະຫາວິທະຍາໄລເຊບຟິລ ຈາກປະເທດອັງກິດ ວິເຄາະວິໄຈລຳດັບພັນທຸກຳຂອງໄວຣັສໂຄໂຣນາອີກຫລາຍສາຍພັນ ແລະ ຈົນເຖິງປັດຈຸບັນພົບວ່າ ມີ 14 ສາຍພັນທີ່ມີການກາຍພັນ ເຊິ່ງມີຜົນຕໍ່ສະໄປໂປຣຕິນ (spike protein) ເຊິ່ງເປັນໂຄງສ້າງຊັ້ນນອກຂອງໄວຣັສ ແລະ ເປັນກົນໄກທີ່ນຳພາໄວຣັສເຂົ້າສູ່ຮ່າງກາຍຂອງສິ່ງມີຊີວິດ ສິ່ງນີ້ຈະເປັນປະໂຫຍດ ແລະ ແນວທາງທີ່ນຳໄປສູ່ການພັດທະນາວັກແຊງໃຫ້ເກີດຂຶ້ນໃນມໍ່ໆນີ້.