ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ

ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - 84 - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ
ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - kitchen vibe - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ

     ຍີ່ປຸ່ນ​ອະນຸມັດ​ການ​ນຳ​ໃຊ້​ຢາ ​ເຣມ​ເດ​ຊິ​ເວ​ຍ ​ເຊິ່ງ​ເປັນ​ຢາ​ປິ່ນປົວ​ໂຣກອີ​ໂບລາ ​​ໄປ​ໃຊ້​ກັບ​ຜູ້​ຕິດ​ເຊື້ອ​ໄວຣັສ​ໂຄ​ວິດ-19 ​ແລ້ວ ຖື​ເປັນ​ປະ​ເທດ​ທີ 2 ຂອງ​ໂລກ​ຕໍ່​ຈາກ​ອາ​ເມ​ລິ​ກາ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກະຊວງ​ສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດດີພາບ ຂອງ​ປະ​ເທດ​ຍີ່ປຸ່ນ ປະກາດ​ໃນ​ວັນ​ທີ 7 ພຶດສະພາ 2020 ວ່າ: ລັດຖະບານ​ອະນຸມັດ​ການ​ນຳ​ໃຊ້​ຢາ​ຕ້ານ​ໄວຣັສ “​ເຣມ​ເດຊິ​ເວ​ຍ” (Remdesivir) ​ໄປ​ໃຊ້​ປິ່ນປົວ​ຜູ້​ຕິດ​ເຊື້ອ​ໄວຣັສ​ໂຄ​ວິດ-19 ​ແລ້ວ ​ແລະ ກຳລັງ​ວາງ​ແຜນ​ອະນຸມັດ​ຢາ​ຕ້ານ​ໄວຣັສອີກ​ຊະນິດ​ໜຶ່ງ​ຄື “ອາ​ວິ​ແກນ” (Avigan) ຫລື ຊື່​ທາງ​ການ​ຄື​ຢາ “ຟາ​ວິ​ພິຣາ​ເວ​ຍ” (Favipiravir) ພາຍ​ໃນ​ເດືອນ​ນີ້.

ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ
ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ

ທັງ​ນີ້ ການ​ເຄື່ອນ​ໄຫວ​ຫລ້າ​ສຸດ​ຂອງ​ຍີ່ປຸ່ນ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ປະ​ເທດ​ທີ 2 ທີ່​ອະນຸມັດ​ການ​ໃຊ້​ຢາ ​ເຣມ​ເດຊິ​ເວ​ຍ ຕໍ່​ຈາກ​ອາ​ເມ​ລິ​ກາ ທີ່​ອະນຸມັດ​ໃຫ້​ໃຊ້​ຢາ​ຊະນິດ​ນີ້​ກັບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ອາການ​ໜັກ​ໃນ​ກໍລະນີ​ສຸກ​ເສີນ ​ໃນ​ວັນ​ທີ 1 ພຶດສະພາ​ຜ່ານ​ມາ ຫລັງ​ຈາກ​ມີ​ຜົນ​ການ​ທົດ​ລອງ​ທາງ​ຄລີ​ນິກຂະ​ໜາດ​ໃຫຍ່​ຊີ້​ວ່າ: ຢາ​ຊະນິດ​ນີ້ ​ເຊິ່ງພັດທະນາ​ມາ​ເພື່ອ​ປິ່ນປົວ​ໂຣກອີ​ໂບລາ ສາມາດ​ຫລຸດ​ໄລຍະ​ເວລາ​ການ​ປິ່ນປົວ​ຜູ້​ຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ບາງ​ຄົນ​ໄດ້​ເຖິງ 1 ​ໃນ 3.

ຂະນະ​ທີ່​ໃນ​ອາທິດ​ກ່ອນ, ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ຂອງ​ຍີ່​ປຸ່ນ ອອກ​ມາ​ກ່າວ​ວ່າ: ລັດຖະບານ​ຈະ​ເລັ່ງອະນຸມັດ​ການ​ໃຊ້​ຢາ​ເຣມ​ເດຊິ​ເວ​ຍທີ່​ຜະລິດ​ໂດຍ​ບໍລິສັດ “ກີ​ລີດ ​ໄຊ​ແອນ” ຂອງ​ອາ​ເມ​ລິ​ກາ ​ໂດຍ​ໄວ.

ອີກ​ດ້ານ​ໜຶ່ງ ທ່ານ ​ໂຢຊິ​ຮະ​ເດະ ສຸ​ກະ ຫົວໜ້າ​ເລຂາທິການ​ຄະນະ​ລັດຖະບານ​ຍີ່ປຸ່ນ ຢືນຢັນ​ວ່າ: ລັດຖະບານ​ມີ​ແຜນ​ອະນຸມັດ​ການ​ໃຊ້​ຢາ ອາ​ວິ​ແກນ ຂອງ​ບໍລິສັດ “ຟູ​ຈິ​ຟີມ ​ໂທ​ຢາ​ມະ ​ເຄມິ​ຄໍ” ພາຍ​ໃນ​ເດືອນ​ນີ້ ຖ້າ​ຜົນ​ການ​ທົດ​ລອງ​ທາງ​ຄລີ​ນິກກັບ​ຜູ້​ຕິດ​ເຊື້ອ 100 ຄົນ​ພິສູດ​ວ່າ ຢາ​ຊະນິດ​ນີ້​ໃຊ້​ໄດ້ຜົນ.

ອີກ​ຢ່າງ​ໜຶ່ງ ຢາ​ອາ​ວິ​ແກນ ຫລື ຟາ​ວິ​ພິຣາ​ເວ​ຍ ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ໃຊ້​ຢູ່​ຍີ່ປຸ່ນ​ມາ​ແຕ່​ປີ 2014, ​ແຕ່​ໃຊ້​ໄດ້​ໃນ​ໄລຍະ​ການລະບາດ​ຂອງ​ໄຂ້ຫວັດ​ໃຫຍ່ ​ເມື່ອ​ການ​ປິ່ນ​ປົວ​ແບບ​ອື່ນ​ທີ່​ມີ​ຢູ່​ໃຊ້​ບໍ່​ໄດ້ຜົນ ​ໂດຍ​ບໍ່​ມີ​ຢາ​ຂາຍ​ຕາມ​ທ້ອງ​ຕະຫລາດ ​ແລະ ​ແຈກ​ຢາຍ​ຕາມ​ຄຳ​ຂໍ​ຂອງ​ລັດຖະບານ​ເທົ່າ​ນັ້ນ.

ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - 3 - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ
ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - 5 - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ
ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ - 4 - ຍີ່ປຸ່ນອະນຸມັດໃຊ້ຢາ “ເຣມເດຊິເວຍ” ປິ່ນປົວຜູ້ຕິດເຊື້ອໂຄວິດ