ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19

ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - w3 1 - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19
ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - kitchen vibe - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19

ພາຍຫຼັງກະຊວງໂຍທາທິການ-ຂົນສົ່ງ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໄດ້ອອກຄຳແນະນຳ ອະນຸຍາດໃຫ້ດຳເນີນການບໍລິການຂົນສົ່ງໂດຍສານ ຢູ່ພາຍໃນນະ­ຄອນ­ຫຼວງ ແລະ ແຂວງຕ່າງໆ ເຊິ່ງລວມມີລົດທຸກປະເພດນັບທັງຕຸກໆບຈຳໂບ, ໄຮອດລົດເມ,ລົດ ສອງແຖວ ນັບແຕ່ວັນທີ 4 ພຶດສະພານີ້ເປັນຕົ້ນໄປ, ພາຍຫຼັງໄດ້ຢຸດບໍລິການມາເປັນເວລາເດືອນກວ່າແລ້ວຍ້ອນການລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນຜູ້ປະກອບການດັ່ງກ່າວຈິ່ງໄດ້ນຳສະເຫນີໃຫ້ລັດຖະບານຜ່ອນຜັນການເສຍອາກອນໄລຍະການລະບາດຂອງພະຍາດນີ້.

ດັ່ງທ່ານ ຄຳຫລ້າ ຜູ້ບໍລິການຂົນສົ່ງຕຸກໆຈ້ຳໂບ້ ປະຈຳຢູ່ຄິວລົດເມນະ ຄອນຫຼວງວຽງຈັນ ໄດ້ໃຫ້ສຳ­ພາດຕໍ່ນັກຂ່າວລາວພັດທະນາພວກເຮົາໃນວັນທີ 8 ພຶດສະພານີ້ວ່າ: ພາຍຫຼັງ ໄດ້ເລີ່ມອອກມາໃຫ້ບໍລິການມານີ້ເຫັນວ່າຜູ້ໂດຍສານ ຫຼຸດລົງຫລາຍເມື່ອທຽບໃສ່ໄລຍະກ່ອນຄືມື້ຫນຶ່ງໂດຍສະເລຍຈະມີລາຍຮັບແຕ່ 100.000 ກີບຂຶ້ນໄປ ,ແຕ່ປັດຈຸບັນລາຍຮັບພຽງ 30 – -40 ພັນກີບເທົ່ານັ້ນ,ສ່ວນຫນຶ່ງກໍອາດເນື່ອງມາຈາກເບື້ອລັດບໍ່ທັນອະນຸຍາດໃຫ້ ເປີດການບໍລິການຂົນສົ່ງລະຫວ່າງແຂວງຕໍ່ແຂວງ ແລະ ການເປີດດ່ານກັບຕ່າງປະເທດ ອີກຢ່າງໜຶ່ງກໍແມ່ນປະຊາຊົນຈຳນວນຫລາຍບໍ່ທັນກ້າອອກເຮືອນໄປມາເພາະຍັງມີຄວາມຢ້ານຕໍ່ພະຍາດດັ່ງກ່າວ, ຈຶ່ງເຮັດການຂົນສົ່ງໂດຍສານໄລຍະນີ້ພົບຄວາມຫຍຸ້ງຍາກຫລາຍ, ຈຶ່ງຢາກຂໍໃຫ້ຫນ່ວຍງານກ່ຽວຂ້ອງຊ່ວຍຜ່ອນຜັນການເສຍພັນທະອາກອນໃນໄລຍະນີ້.

ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19
ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19

ທ່ານ ຄຳເສັງ ຜູ້ບໍລິການລົດສອງແຖວສາຍໜອງແຕ່ງ ຫາຕະຫຼາດເຊົ້າກໍມີຄວາມຫຍຸ້ງຍາກເຊັ່ນດຽວກັນແຕ່ລະມື້ມີລູກຄ້າມາໃຊ້ບໍລິການບໍ່ຮອດ 10 ຄົນ, ຖ້າທຽບໃສ່ໄລຍະປົກກະຕິແມ່ນມີບໍ່ຫລຸດ 30–40 ຄົນ.

ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - 5 - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19
ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - 4 - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19
ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19 - 3 - ຜູ້ປະກອບການໂດຍສານສະເຫນີລັດຜ່ອນຜັນການເສຍພັນທະອາກອນຕ່າງໆ ໄລຍະໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20