ລູກຊາຍຝັງແມ່ທັງເປັນ

ລູກຊາຍຝັງແມ່ທັງເປັນ - 97 - ລູກຊາຍຝັງແມ່ທັງເປັນ
ລູກຊາຍຝັງແມ່ທັງເປັນ - kitchen vibe - ລູກຊາຍຝັງແມ່ທັງເປັນ

ໂດຍ: ລູກເມືອງພວນ

ແມ່ເຖົ້າຈີນຄົນໜຶ່ງ ອາຍຸ 79 ປີ, ຢູ່ທາງທິດຕາເວັນອອກສ່ຽງເໜືອຂອງປະເທດຈີນ, ຖືກກູ້ຊີວິດໄວ້ໄດ້ທັນ, ພາຍຫຼັງແມ່ຖືກລູກຊາຍເຂົາຝັງທັງເປັນ, ເປັນເວລາ 3 ວັນ.

ລູກຊາຍຝັງແມ່ທັງເປັນ - Visit Laos Visit SALANA BOUTIQUE HOTEL - ລູກຊາຍຝັງແມ່ທັງເປັນ
ລູກຊາຍຝັງແມ່ທັງເປັນ - Visit Laos Visit SALANA BOUTIQUE HOTEL - ລູກຊາຍຝັງແມ່ທັງເປັນ

ຂະນະນີ້ສຸຂະພາບຂອງແມ່ໄດ້ຮັບການຟື້ນຟູໃຫ້ດີຂຶ້ນ, ຢູ່ທີ່ໂຮງໝໍ ແຂວງ ສານຊີ.

ເຈົ້າໜ້າທີ່ສືບສວນສອບສວນໃຫ້ຮູ້ວ່າ: ລູກຊາຍຂອງແມ່ເຖົ້າ ອາຍຸ 58 ປີ, ຕະກຸນມາ, ຖືກຄຸມຕົວດ້ວຍຂໍ້ຫາ ເຈດຕະນາຂ້າ.

ວັນທີ 5 ເມສາຜ່ານມາ, ເມຍຂອງຈຳເລີຍໄດ້ໄປລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນວ່າ ມາ ຜູ້ເປັນຜົວ ໄດ້ເອົາແມ່ຂອງເຂົາໃສ່ລໍ້, ແລ້ວຍູ້ໄປ ແລະ ບໍ່ເຫັນແມ່ກັບຄືນມາອີກ. ເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ ມາຮັບສາລະພາບວ່າ ຕົນເອງໄດ້ຝັງແມ່ທັງເປັນແທ້, ຢູ່ໃນປ່າແຫ່ງໜຶ່ງ. ຫຼັງຈາກນັັ້ນເຈົ້າໜ້າທີ່ກໍໄດ້ໄປກູ້ເອົາຊີວິດຂອງແມ່ໄວ້ໄດ້ທັນ. ເວລານັ້ນ ມາ ກໍມີໜ້າຢູ່ສະຖານທີ່ຝັງແມ່. ເຂົາເຮັດໜ້າຕາເສີຍ ໂດຍບໍ່ມີປະຕິກິລິຍາໃດໆ ເມື່ຶອເຫັນແມ່ຖືກຂຸດຂຶນມາຈາກຂຸມເລິກ 2 ແມັດ ທີ່ຍັງມີຊີວິດຢູ່.

ໜັງສືພິມ Thepaper.cn ໃຫ້ຮູ້ວ່າ ພາຍຫຼັງຜົວຜູ້ທີສອງຂອງແມ່ເສຍຊີວິດກໍໄດ້ໄປອາໄສຢູ່ກັບລູກຊາຍຜູ້ທີ 6 ໃນແຂວງ ການຊູ, ເວລານັ້ນ ມາ ຫາກໍໄດ້ 12 ປີ.

ແມ່ເຖົ້າໄດ້ກັບມາຢູ່ກັບ ມາ ປີກາຍນີ້, ໃນເມື່ອສຸຂະພາບຂອງແມ່ຊຸດໂຊມລົງ. ເຈົ້າໜ້າທີ່ໃຫ້ຮູ້ວ່າ ມາ ເລີ່ມກຽດຊັງແມ່ ນັບຕັ້ງແຕ່ມື້ແມ່ນອນຕິດຕຽງໄປໃສ ແລະ ເຮັດຫຍັງບໍ່ໄດ້ ເມື່ອແມ່ລົ້ມປ່ວຍລົງ. ມາ ເລີ່ມຈົ່ມເວົ້າກັບແມ່ຢູ່ຕະຫຼອດເວລາ ໃນເມື່ອແມ່ບໍ່ສາມາດຈະຊ່ວຍທຳຄວາມສະອາດຕົນເອງໄດ້, ເຮັດໃຫ້ທົ່ວທັງເຮືອນເຕັມໄປດ້ວຍກິ່ນເໝັນຄາວ, ມາ ຈຶ່ງໄດ້ເອົາແມ່ໃສ່ລໍ້ ແລ້ວ ຊຸກໄປຝັງທັງເປັນຢູ່ປ່າແຫ່ງໜຶ່ງ.

ເມື່ອ ມາ ມີພຶດຕິກຳອັນໂຫດຫ້ຽມຄືແນວນັ້ນ, ຄະນະກຳມະການແພດແລະ ຫ້ອງການດູແລຜູ້ສູງອາຍຸແຫ່ງຊາດຈີນ ໄດ້ຮຽກຮ້ອງໃຫ້ລົງໂທດເຂົາຢ່າງໜັກ, ອົງການນີ້ເວົ້າວ່າ: “ພຶດຕິກຳຂອງ ມາ ໄດ້ອອກນອກກອບກົດໝາຍອະນຸມັດ, ເຂົາບໍ່ມີຄວາມເປັນຄົນ ແລະ ບໍ່ສົມສັກສີຈະເປັນຄົນ.”

ລູກຊາຍຝັງແມ່ທັງເປັນ - 4 - ລູກຊາຍຝັງແມ່ທັງເປັນ
ລູກຊາຍຝັງແມ່ທັງເປັນ - 3 - ລູກຊາຍຝັງແມ່ທັງເປັນ
ລູກຊາຍຝັງແມ່ທັງເປັນ - 5 - ລູກຊາຍຝັງແມ່ທັງເປັນ
  • 1097 Posts
  • 0 Comments
iLike/LPN/20