ວິທີການລ້ຽງກົບໃນສະຖານທີ່ຕ່າງໆ

ການລ້ຽງກົບໃນໜອງ ໃຊ້ພື້ນທີ່ປະມານ 100-200 ຕາແມັດ ພາຍໃນຄອກເປັນໜອງນ້ຳເລິກປະມານ 1 ແມັດ, ບາງແຫ່ງອາດຈະເຮັດດອນກາງໜອງເພື່ອເປັນບ່ອນຢູ່ຂອງກົບ ແລະ ບ່ອນໃຫ້ອາຫານແຕ່ບາງບ່ອນໃຊ້ພຽງແຕ່ໜອງກໍໄດ້ ສ່ວນພື້ນທີ່ອ້ອມຂອບໜອງຈະເຮັດຮົ້ວອ້ອມຄອກສູງປະມານ 1 ແມັດ ເພື່ອປ່ອຍໃຫ້ຫຍ້າຂຶ້ນ ຫລື ບາງຄົນອາດປູກຫົວສີໄຄເພື່ອໃຫ້ກົບໃຊ້ເປັນທີ່ພັກອາໄສພາຍໃນໜອງທີ່ມີ ຜັກຕົບ ຫລື ພືດນ້ຳອື່ນໆ ໃຫ້ກົບເປັນບ່ອນ ລີ້ໄພ ແລະ ອາໄສຄວາມຮົ່ມເຢັນໄດ້ເຊັ່ນກັນ, ອ້ອມຮອບຫນອງຕ້ອງເຮັດຮົ້ວດ້ວຍຕາຫນ່າງ ນີລົງ ດ້ານລຸ່ມຈະໃຊ້ຖັງຢາງ ຫລື ແຜ່ນສັງກະສີ ຝັງເລິກລົງດິນປະມານ 1 ສອກ ເພື່ອປ້ອງກັນສັດຕູບາງຊະນິດເຊັ່ນ: ໜູຂຸດຮູລອດເຂົ້າໄປຈະເປັນອັນຕະລາຍຕໍ່ກົບທີ່ຢູ່ໃນໜອງ ສ່ວນດ້ານເທິງຂອງໜອງຊຶ່ງອາດເອົາມຸມໃດມຸນໜຶ່ງ ເຈາະເປັນອຸມຸງ ເພື່ອໃຫ້ຮົ່ມ ແລະ ຍັງໃຊ້ເປັນບ່ອນໃຫ້ອາຫານກົບອີກ ແລະ ນອກຈາກນັ້ນບາງແຫ່ງຍັງໃຊ້ເສື້ອເກົ່າໆ ໃຊ້ເຮັດເປັນຝາໄມ້ໄຜ່ເພື່ອໃຫ້ກົບເຂົ້າໄປຫລົບອາໄສ ແລະ ດ້ານເທິງນັ້ນກໍເປັນບ່ອນຮອງຮັບອາຫານທີ່ໂຍນລົງໄປໃຫ້ກົບກິນ.
ໂດຍໃຊ້ແນວລູກກົບທີ່ຊື້ມາຈາກນັກລ່າກົບຕາມທຳມະຊາດ ເປັນລູກກົບຂະໜາດ 20-30 ໂຕຕໍ່ກິໂລ ແລະ ຈະນຳລູກກົບທີ່ມີນ້ຳໜັກລວມ 100 ກິໂລ ປ່ອຍລົງໃສ່ຫນອງໃນເນື້ອທີ 100 ຕາແມັດ ແລະ ຫລັງຈາກປ່ອຍລູກກົບໄດ້ 2-3 ມື້ ຈິ່ງເລີ່ມໃຫ້ອາຫານເພາະເມື່ອປ່ອຍລູກກົບລົງລ້ຽງໃໝ່ໆ ຊຶ່ງກົບຍັງເມື່ອຍ ແລະ ຕື່ນຕໍ່ສະພາບທີ່ຢູ່ໃໝ່ ອາຫານທີ່ນຳມາໃຫ້ບໍ່ເປັນໄປຕາມທີ່ມັນເຄີຍກິນ ຄື: ປາບົດ, ວ່ານໃຫ້ກິນເທື່ອລະໜ້ອຍ ກ່ອນຈົນກວ່າລູກກົບຈະລຶ້ງ ແລະ ເມື່ອກົບໃຫຍ່ຂຶ້ນຈິ່ງປ່ຽນເປັນປາຊອຍເປັນຕ່ອນໆ ຫລື ຖ້າເປັນປານ້ອຍກໍໂຍນໃຫ້ເປັນຕົວ ຫລື ຖ້າເປັນປູນາກໍຕ້ອງຫັກຂາກ້າມຖິ້ມກ່ອນ ແລະ ຖ້າເປັນຫອຍກໍທຸບເອົາເປືອກອອກເອົາສະເພາະເນື້ອແລ້ວໂຍນລົງໃຫ້ອາຫານໃນໜອງເພື່ອກົບກິນຕໍ່ໄປ.
ການລ້ຽງກົບໃນຄອກ ກໍເປັນການລ້ຽງກົບອີກແບບໜຶ່ງ ຊຶ່ງເມື່ອປັບພື້ນທີ່ລຽບງ່າຍສະເໝີກັນດີແລ້ວ ກໍເຮັດການຂຸດອ້າງນ້ຳໄວ້ກັບທາງຄອກເຊັ່ນ: ຄອກຂະໜາດ 4X4 ແມັດ, ຂະໜາດ 6X6 ແມັດ, ຫລື ຂະໜາດ 8X8 ແມັດ ຕ້ອງເຮັດອ່າງນ້ຳຂະໜາດ 2X3 ແມັດ ມີຄວາມເລິກປະມານ 20 ຊັງຕີແມັດ. ເປັນໜອງຊີມັງ ແລະ ປູພື້ນອ່າງນ້ຳຂັດມັນກັນຮົ່ວ ໃສ່ທໍ່ລະບາຍນ້ຳ ຈາກອ່າງຂະໜາດ 0,5 ນິ້ວ ຮອບໆ ອ່າງນ້ຳທີ່ເປັນພື້ນທີ່ຊານໜອງທັງ 4 ດ້ານເພື່ອສະດວກຕໍ່ການໃຫ້ອາຫານ ແລະ ກົບໄດ້ພັກອາໄສ ຢູ່ຮອບ ຄອກທັງ 4 ດ້ານໃຫ້ ມີໄລຍະ ຫ່າງກັນ 2 ແມັດ ແລ້ວປັບດິນໃຫ້ແໜ້ນ ຈາກນັ້ນຈຶ່ງນຳໄມ້ມາວາງພາດດ້ານເທິງ ແລະ ມັດໃຫ້ຕິດກັບເສົາຫ່າງກັນປະມານ 1 ແມັດ, ເອົາໝາກພ້າວແຫ້ງມາພາດໃຫ້ເຕັມແຕ່ຢ່າແໜ້ນເກີນໄປ ແລ້ວຫາທ່ອນໄມ້, ຊາມແຕກ ຫລື ໄມ້ໃຜອັນໃຫຍ່ໆ ມາວາງໄວ້ໃນຄອກເພື່ອໃຫ້ກົບລີ້ໂຕໃນເວລາກາງເວັນ ສ່ວນຖັງທີ່ຈະນຳມາວາງໃສ່ນັ້ນຕ້ອງເຈາະປະຕູເຂົ້າອອກທາງດ້ານຫົວ ແລະ ທ້າຍເພື່ອສະດວກຕໍ່ການຂະຫຍາຍການເຮັດຄອກລ້ຽງກົບແບບນີ້ , ອັດຕາປ່ອຍກົບລົງລ້ຽງ ຄື: ຄອກຂະໜາດ 4X4 ແມັດ, ປ່ອຍກົບລົງລ້ຽງບໍ່ໃຫ້ເກີນ 1.000 ໂຕ, ຄອກຂະໜາດ 6X6 ແມັດ ປ່ອຍກົບລົງບໍ່ໃຫ້ເກີນ 1.200 ໂຕ, ສ່ວນຄອກຂະໜາດ 8X8 ແມັດ ປ່ອຍກົບລົງບໍ່ໃຫ້ເກີນ 2.500 ໂຕ
ການລ້ຽງກົບໃນໜອງ ຊີມັງ ເປັນການລ້ຽງທີ່ມີຜູ້ນິຍົມກັນຫລາຍໃນປັດຈຸບັນເພາະການເບິ່ງແຍງຮັກສາງ່າຍ, ກົບມີຄວາມເປັນຢູ່ດີ ແລະ ຈະເລີນເຕີບໃຫຍ່ໄວ,ທັງມີຄວາມສະດວກສະບາຍຕໍ່ຜູ້ລ້ຽງນັບທັງການເບິ່ງແຍງ ຮັກສາໜອງກົບດັ່ງກ່າວນີ້ສ້າງດ້ວຍການກໍ່ ຊີມັງ ຫລື ທີ່ເອີ້ນກັນວ່າ ດິນບັອກ ແລະ ສາບດ້ວຍປູນຊີມັງ, ປູນທີ່ສາບຈະໜາເປັນພິເສດເພື່ອເກັບຂັງນ້ຳ ຄືມີຄວາມສູງ, ພ້ອມໃນຫນອງຄວນນຳໃຊ້ວັດຖຸຟູນ້ຳເຊັ່ນ: ຂອນໄມ້, ຕົ້ນໝາກພ້າວຕັດເປັນທ່ອນຖິ້ມລົງໃສ່ເພື່ອໃຫ້ກົບຂຶ້ນໄປເປັນບ່ອນພັກອາໄສ,ສ່ວນພື້ນທີ່ໃຕ້ນ້ຳຍັງເປັນບ່ອນລ້ຽງປາດຸກໃສ່ໄດ້ອີກດ້ວຍ, ໂດຍລ້ຽງຮ່ວມກັບກົບໃນອັດຕາສ່ວນ ກົບ 100 ໂຕ ຕໍ່ ປາດຸກ 20 ໂຕ, ເຊິ່ງຈະເປັນຜົນດີ ຄື: ປາດຸກຈະຊ່ວຍເຮັດຄວາມສະອາດພາຍໃນໜອງໂດຍກິນເສດອາຫານ ແລະ ຂີ້ກົບ, ຊຶ່ງຈະເຮັດໃຫ້ນ້ຳໃນໜອງສະອາດ ແລະ ຢູ່ໄດ້ດົນກວ່າໜອງທີ່ບໍ່ໄດ້ປ່ອຍປາດຸກ ແລະ ນອກຈາກຈະເປັນການຫລຸດແຮງງານແລ້ວຍັງເຮັດໃຫ້ຜູ້ລ້ຽງມີລາຍໄດ້ເພີ່ມອີກດ້ວຍ ແລະ ໃຊ້ເວລາລ້ຽງໄດ້ຕະຫລອດທັງກົບ ແລະ ປາດຸກໃນເວລາດຽວກັນ, ແຕ່ສຳລັບດ້ານເທິງຂອງໜອງຈະຕ້ອງປອດໂປ່ງເພື່ອໃຫ້ແດດສາມາດສ່ອງລົງໄປທົ່ວເຖິງ ແລະ ກົບຈະຂຶ້ນມາຕາກແດດກັນຢ່າງປົກກະຕິ ນອກຈາກຕົວແຫ້ງແລ້ວ ມັນກໍຈະກະໂດດລົງໃນນ້ຳແລ້ວຂຶ້ນມາໃໝ່, ແຕ່ສ່ວນຫນຶ່ງກໍຕ້ອງໃຫ້ມີຮົ່ມ ແລະ ປິດບັງເງົາວູບວາບຂອງນົກທີ່ບິນຜ່ານ ເຊິ່ງເຮັດໃຫ້ກົບຕົກໃຈ ແລະ ບໍ່ກິນອາຫານ ລວມທັງຈະບໍ່ປະສົມພັນນຳອີກ .
ການລ້ຽງກົບໃນກະຊັງ : ໂດຍໃຊ້ກະຊັງລ້ຽງເຊັ່ນດຽວກັບກະຊັງລ້ຽງປາມີຄວາມກວ້າງປະມານ 1,50 ແມັດ ແລະ ຍາວ 4 ເມັດກະຊັງດັ່ງກ່າວນີ້ສືບເນື່ອງມາຈາກການເພາະພັນກົບ ຄື: ເມື່ອເພາະກົບຈົນເປັນກົບເຕັມໄວແລ້ວຈິ່ງຄັດຂະໜາດລູກກົບນຳໄປລ້ຽງໃນອ່າງຊີມັງ ຫລື ໃນກະຊັງອື່ນໆ ພື້ນທີ່ກະຊັງໃຊ້ແຜ່ນກະດານ ຫລື ແຜ່ນໂຟມສອດດ້ານລຸ່ມ ເພື່ອໃຫ້ເກີດສ່ວນນູນໃນກະຊັງ ແລະ ກົບໄດ້ຂຶ້ນຢູ່ອາໄສສ່ວນຮອບໆ ພາຍນອກກະຊັງໃຊ້ວັດຖຸ ເຊັ່ນ: ແຝກຫຍ້າຄາ ຫລື ຫາງໝາກພ້າງ ເພື່ອບໍ່ໃຫ້ກົບເບິ່ງເຫັນທິວທັດນອກກະຊັງ ສະນັ້ນກົບຈະຫາທາງໜີອອກໂດຍກະໂດດ, ອາດຕໍາເປົາກະຊັງເປັນເຫດໃຫ້ປາກເປັນບາດແຜນ ແລະ ເຈັບປວດຈົນກິນອາຫານບໍ່ໄດ້, ດັ່ງນັ້ນຕ້ອງເອົາໃຈໃສ່ປະຕິບັດໃຫ້ຖືກເຕັກນິດ.