ວັນປູກຕົ້ນໄມ້ປີນີ້ຈະເຮັດແບບຮຽບງ່າຍ
ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດພິທີເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ.
ແຈ້ງການໄດ້ລະບຸວ່າ: ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ແຂວງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລືຈັດງານວາງສະແດງເບ້ຍໄມ້ ແລະ ຕົ້ນໄມ້ຢູ່ສະຖານທີ່ ທີ່ເຫັນວ່າມີຄວາມເໝາະສົມ, ໃຫ້ກະທັດຮັດແຕ່ມີເນື້ອໃນທັງປະຢັດງົບປະມານ ແລະ ບໍ່ໃຫ້ຈັດພິທີໃຫຍ່ ຄືທຸກໆປີທີ່ຜ່ານມາ ເນື່ອງຈາກມີຄວາມສ່ຽງໃນການຕິດພະຍາດໂຄວິດ-19 ໂດຍອາດຈະຈັດໃນລະຫວ່າງທ້າຍເດືອນພຶດສະພາ ຫາຕົ້ນເດືອນມິຖຸນາ ນີ້ໄປຄຽງຄູ່ກັບວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ໂດຍເນັ້ນໃສ່ການໂຄສະນາປູກຈິດສໍານຶກໃຫ້ແກ່ເຍົາວະຊົນເຫັນໄດ້ຄວາມສໍາຄັນຂອງປ່າໄມ້ທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນ ບັນດາເຜົ່າ,ຕິດພັນກັບການປ່ຽນແປງຂອງດິນຟ້າອາກາດໃຫ້ເປັນບັນຫາສຳຄັນ.