Logitech ເປີດຕົວ Powerplay ແຜ່ນຮອງເມົາສ໌ແບບສາກໄຮ້ສາຍໄດ້ໃນຕົວລຸ້ນໃຫມ່
Logitech ເປີດຕົວ Powerplay ແຜ່ນຮອງເມົາສ໌ແບບຊາຣ໌ຈໄຮ້ສາຍໄດ້ໃນຕົວລຸ້ນໃຫມ່ ໃຊ້ສາກເມົາສ໌ປະເພດໄຮ້ສາຍ ກະຈາຍພະລັງງານໃນພື້ນທີ່ 275 x 320 ມິນລີແມັດ ເລີ່ມວາງຈໍາໜ່າຍເດືອນສິງຫາ ທ້າຍປີນີ້.
Logitech ກວ່າວ່າ: ເຕັກໂນໂລຊີ Powerplay ດັ່ງກ່າວ ໃຊ້ເວລາໃນການພັດທະນາດົນກວ່າ 4 ປີ ພາຍໃຕ້ເຕັກໂນໂລຊີທີ່ເອີ້ນວ່າ: LIGHTSPEED ໃຊ້ຄວາມແຮງຂອງສັນຍານ Wireless ໄດ້ເຖິງ 16x ພ້ອມໃຫ້ຄວາມສະໝໍ່າສະເໝີ ແລະ ລາບລື່ນ ເຖິງພົບສັນຍານອື່ນໆລົບກວນ. ກະຈາຍພະລັງງານໃຫ້ກັບເມົາສ໌ Logitech ໃນລຸ້ນທີ່ຮອງຮັບໃນລັດສະໝ 275 x 320 ມິນລີແມັດ ຈາກພື້ນຜິວ ໂດຍບໍ່ກໍ່ໃຫ້ເກີດອຸປະກອນລົບກວນໃນຂະນະໃຊ້ງານ. ຫຼິ້ນເກມແຕ່ຢ່າງໃດ. ພ້ອມກັນນີ້ ບໍລິເວນຈຸດຮັບພະລັງງານທີ່ເມົາສ໌ Logitech ຍັງມີໂມດູນທີ່ເອີ້ນວ່າ: Powercore ປ່ຽນພະລັງງານທີ່ກະຈາຍຈາກ Powerplay ໃຫ້ກາຍເປັນກະແສໄຟຟ້າສໍາລັບສາກແບັດເຕີຣີ.
ສໍາລັບເມົາສ໌ Wireless ຂອງ Logitech ທີ່ໃຊ້ໄດ້ກັບແຜ່ນຮອງເມົາສ໌ Powerplay ຈະເປັນລຸ້ນ G Series ລຸ້ນໃຫມ່ ໄດ້ແກ່ G903 ແລະ G703 LIGHTSPEED ທີ່ມາພ້ອຄວາມໄວ DPI ນັບແຕ່ 200-12.000 DPI, ມີປຸ່ມທີ່ໃຫ້ຄວາມທົນທານດ້ວຍການທົດສອບຄລິກກວ່າ 50 ລ້ານຄັ້ງ, ມີປຸ່ນທີ່ສາມາດກໍານົດການໃຊ້ງານໃຫ້ເໝາະກັບການໃຊ້ງານໄດ້ທັງມືຊ້າຍ ແລະ ມືຂວາ ພ້ອມຕັ້ງໂປຣແກຣມໃຫ້ກັບປຸ່ມຕ່າງໆ ຜ່ານໂປຮແກຣມ Logitech Gaming Software (LGS).
ແຜ່ນຮອງເມົາສ໌ແບບສາກໄຮ້ສາຍ POWERPLAY ຈະວາງຈໍາໜ່າຍໃນເດືອນສິງຫາຈະມາເຖິງນີ້ ໃນລາຄາ 99,99 ໂດລາສະຫະລັດ, ສ່ວນເມົາສ໌ Logitech G903 ແລະ G703 LIGHTSPEED ຈະເລີ່ມວາງຂາຍໃນເດືອນມິຖຸນານີ້ ໃນລາຄາ 99,99 ໂດລາສະຫະລັດ ແລະ149,99 ໂດລາສະຫະລັດ.