ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2

ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - 348 - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2
ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - kitchen vibe - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2

ໂດຍ: ລູກເມືອງພວນ

ສະຖານະການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກເວົ້າລວມ ແລະ ຢູ່ລາວເວົ້າສະເພາະ, ຖ້າທຽບໃສ່ໃນລະຫວ່າງເດືອນເມສາ ຜ່ານມາ ກໍເຫັນວ່າ ມີການຜ່ອນຄາຍລົງຫຼາຍ ແຕ່ກໍຍັງມີບາງຂົງເຂດ, ບາງປະເທດເທົ່ນນັ້ນທີ່ຍັງມີຄວາມຮູນແຮງຢູ່. ເວົ້າສະເພາະຢູ່ລາວເຮົາກໍເປັນເວລາ 1 ເດືອນເຕັມແລ້ວທີ່ບໍ່ພົບຜູ້ຕິດເຊື້ອລາຍໃໝ່ ແລະ ຜູ້ນອນປິ່ນປົວຢູ່ໂຮງໝໍກໍຄ່ອຍທະຍອຍກັນອອກເປັນຈຳນວນຫຼາຍ, ມາເຖິງວັນທີ 13 ພຶດສະພານີ້ ຍັງເຫຼືອພຽງ 5 ຄົນເທົ່ານັ້ນທີ່ຍັງຈະຕ້ອງໄດ້ສືບຕໍ່ປິ່ນປົວຕໍ່ໄປ.

ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - Visit Laos Visit SALANA BOUTIQUE HOTEL - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2
ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - Visit Laos Visit SALANA BOUTIQUE HOTEL - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2

ໃນຍຸດທະສາດຂອງລັດຖະບານ ກໍຄືຂອງຄະນະສະເພາະກິດ ໃນປັດຈຸບັນແມ່ນເລັ່ງຕິດຕາມກວດຫາເຊືອເປັນວົງກ້ວາງຢູ່ພາຍໃນປະເທດ, ຊຶ່ງຄະນະສະເພາະກິດກໍໄດ້ຕິດຕາມເອົາຜູ້ຕ້ອງສົງໄສມາກວດຫາເຊື້ອເປັນແຕ່ລະວັນຢ່າງລະອຽດ ແລະ ດ້ານໜຶ່ງອີກ, ກໍເລັ່ງປິ່ນປົວໃຫ້ຜູ້ຕິດເຊື້ອຫາຍຂາດທັງ 19 ກໍລະນີ ໂດຍໄວ.

ຖ້າຫາກເມື່ອຢູ່ພາຍໃນປະເທດບໍ່ມີຜູ້ຕິດເຊື້ອແລ້ວ ແລະ ກໍລະນີຜູ້ຕິດເຊື້ອທັງ 19 ຄົນຫາກປິ່ນປົວດີທັງໝົດ ກໍສະແດງວ່າ ລາວເຮົາ ປອດເຊື້ອໄວຣັດໂຄວິດ-19 ໂດຍພື້ນຖານ.

ໄລຍະທີ 2 ກໍອາດຈະຕ້ອງຜ່ອນຜັນທຸກມາດຕະການ, ເປີດໃຫ້ປະຊາຊົນດຳເນີນຊີວິດປົກະຕິ ແຕ່ໜ້າທີ່ຍຸດທະສາດຕໍ່ໄປກໍຄືຄຸມເຂັ້ມການຕິດຕາມ ແລະ ກວດຫາເຊື້ອຜູ້ທີ່ເດີນທາງມາຈາກຕ່າງປະເທດເຂົ້າມາໃນ ສປປ ລາວ ຢ່າງເຂັ້ມງວດ. ທຸກຄົນຕ້ອງໄດ້ຜ່ານການກວດກາຫາເຊື້ອໄວຣັສ ແລະ ກັກຕົວຄົບ 14 ວັນ, ເພື່ອບໍ່ໃຫ້ມີກໍລະນີຜູ້ຕິດເຊື້ອເລັດລອດອອກໄປສູ່ຊຸມຊົນ ເພື່ອບໍ່ໃຫ້ມີການລະບາດອີກຄັ້ງໃໝ່. ຖ້າພວກເຮົາເຮັດໄດ້ຄືແນວນີ້, ປະເທດລາວຂອງພວກເຮົາກໍຈະປອດພະຍາດໂຄວິດ-19 ຢ່າງຊິ້ນເຊີງກໍອາດເປັນໄປໄດ້, ແຕ່ທຸກສິ່ງທຸກຢ່າງກໍຕ້ອງລໍຖ້າຟັງການປະກາດຂອງລັດຖະບານ ແລະ ຄະນະສະເພາະກິດ ພາຍຫຼັງວັນທີ 17 ພຶດສະພາເປັນຕົ້ນໄປ.

ແຕ່ເຖິງຢ່າງໃດກໍດີ, ພວກເຮົາຈະຫຼຸດພົ້ນອອກຈາກພະຍາດໂຄວິດ-19 ໄດ້ຫຼືບໍ່ ແມ່ນຂຶ້ນຢູ່ກັບຄວາມຕື່ນຕົວ ເປັນເຈົ້າການຂອງປະຊາຊົນທັງຊາດໃຫ້ການຮ່ວມໄມ່ຮ່ວມມື ຈັດຕັ້ງປະຕິບັດຕາມມາດຕະການທີ່ທາງລັດຖະບານ ແລະ ຄະນະສະເພາະກິດແນະນຳ.

ຖ້າປະຊາຊົນລາວທັງຊາດຫາກເປັນຈິດໜຶ່ງໃຈດຽວຄິດວ່າ ພວກເຮົາຕ້ອງເອົາຊະນະໂຄວິດ-19 ໄດ້ຢ່າງແນ່ນອນໃນໄວໆນີ້.

ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - 5 - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2
ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - 3 - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2
ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2 - 4 - ການຄວບຄຸມໂຄວິດ-19 ຢູ່ລາວຈະເປັນໄປໃນທິດທາງໃດໃນໄລຍະ 2
  • 1097 Posts
  • 0 Comments
iLike/LPN/20