ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ

- 02 1 - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ
- kitchen vibe - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ

ຜັກແປ້ງນົວ ຫລື ໃບແປ້ງນົວ ມີຊື່ທາງວິທະຍາສາດວ່າ Cnidoscoluschayamansa ຢູ່ໃນກຸ່ມ Euphorbiaceaeໄດ້ຮັບຄວາມນິຍົມເອົາມາປຸງແຕ່ງເປັນອາຫານໃນຫລາຍປະເທດ ເປັນຕົ້ນແມ່ນໃນປະເທດແມັກຊິກ, ກົວເຕມາລາ ແລະ ປະເທດແຖບອາເມລິກາກາງ ລວມເຖິງໃນກຸ່ມປະເທດອາຊຽນ.

- 061105 2020 300x207 - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ

- Visit Laos Visit SALANA BOUTIQUE HOTEL - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ

ຜັກແປ້ງນົວ ອຸດົມໄປດ້ວຍໂປຣຕິນ, ວິຕາມິນ, ທາດການຊຽມ, ໂປຕັສຊຽມ, ທາດເຫລັກ ແລະ ຍັງອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ແລະ ມີຄຸນຄ່າທາງໂພຊະນາການຫລາຍກ່ວາຜັກຫົມເຖິງ 2 ເທົ່າ, ມີທາດການຊຽມຫລາຍເຖິງ 421 ມິນລີກຣາມ ຫລາຍກ່ວາຜັກທົ່ວໄປອື່ນໆຫລາຍເທົ່າ ຈຶ່ງນິຍົມກິນກັນຫລາຍໃນກຸ່ມຄົນບໍລິໂພກອາຫານເຈ ຫລື ຄົນກິນເຈ ເພາະມີຄຸນຄ່າທາງອາຫານສູງ.

- 051105 2020 300x225 - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ

ທີ່ມາຂອງຊື່ຜັກແປ້ງນົວ ກໍຍ້ອນວ່າ ເມື່ອເອົາມາຕາກແຫ້ງເຮັດເປັນຝຸ່ນກໍສາມາດໃຊ້ແທນແປ້ງນົວໄດ້ເລີຍ ຫລື ຈະເອົາຜັກແປ້ງນົວໄປໃສ່ປະສົມກັບອາຫານຊະນິດອື່ນກໍຈະຊ່ວຍໃຫ້ລົດຊາດອາຫານແຊບຂຶ້ນໂດຍບໍ່ຕ້ອງໃສ່ແປ້ງນົວເລີຍ ຈຶ່ງເຮັດໃຫ້ຄົນປ່ວຍພະຍາດໝາກໄຂ່ຫລັງກິນແປ້ງນົວໜ້ອຍລົງ ເພາະໃຊ້ຜັກແປ້ງນົວແທນການໃຊ້ແປ້ງນົວໃນການປຸງແຕ່ງອາຫານ ເຮັດໃຫ້ປະລິມານໂຊດຽມໃນຮ່າງກາຍຫລຸດລົງ, ຄ່າໝາກໄຂ່ຫັງຈຶ່ງດີຂຶ້ນ.

ຄຸນປະໂຫຍດ ແລະ ສັບພະຄຸນຂອງຜັກແປ້ງນົວມີດັ່ງນີ້ :

  1. ມີສານຕ້ານອະນຸມູນອິດສະລະ.
  2. ຊ່ວຍໃນການໝູນວຽນເລືອດ.
  3. ຊ່ວຍຍ່ອຍອາຫານ.
  4. ຊ່ວຍໃນການເບິ່ງເຫັນ.
  5. ບຳລຸງສາຍຕາ.
  6. ປິ່ນປົວພະຍາດຫອບຫືດ.
  7. ຊ່ວຍຫລຸດຄໍເລສເຕີໂຣນ.
  8. ຊ່ວຍຫລຸດຜ່ອນອາການລິດສີດວງທະວານ.
  9. ຊ່ວຍຫລຸດນຳ້ໜັກ.
  10. ປ້ອງກັນອາການໄອ.
  11. ລ້າງພິດໃນຕັບ.
  12. ປ້ອງກັນອາການເຈັບຫົວ.
  13. ເພີ່ມທາດການຊຽມໃຫ້ກະດູກ.
  14. ປິ່ນປົວພະຍາດກະດູກຜ່ອຍ.
  15. ຫລຸດການສະສົມ ແລະ ຫລຸດການຕິດເຊື້ອໃນປອດ.
  16. ປ້ອງກັນອາການເລືອດຈາງໂດຍເພີ່ມທາດເຫລັກໃຫ້ກັບເລືອດ.
  17. ຄວບຄຸມລະດັບນຳ້ຕານໃຫ້ຄົນປ່ວຍພະຍາດເບົາຫວານ.
  18. ຊ່ວຍຫລຸດຜ່ອນອາການພະຍາດໄຂຂໍ້ອັກເສບ.
  19. ປັບຄວາມດຸ່ນດ່ຽງຂອງລະບົບເຜົາຜານ.
  20. ຫລຸດການອັກເສບໃນເສັ້ນເລືອດ.
  21. ຊ່ວຍຂ້າເຊື້ອໃນປອດ.
  22. ບຳລຸງສະໝອງໃຫ້ເຮັດວຽກຢ່າງມີປະສິດທິພາບ.
  • ຂໍ້ຄວນລະວັງໃນການກິນຜັກແປ້ງນົວ : ເນື່ອງຈາກວ່າຜັກແປ້ງນົວມີສານກລູໂຄໄຊ ເຊິ່ງຈະປ່ອຍສານພິດຈຳພວກໄຊຍາໄນອອກມາ ຈຶ່ງຕ້ອງປຸງແຕ່ງໃຫ້ສຸກກ່ອນກິນ ເພື່ອທຳລາຍລິດຂອງສານພິດລົງ, ຄວນເອົາໄປຕົ້ມ ຫລື ຂົ້ວ ຢ່າງໜ້ອຍ 1 ນາທີ. ສ່ວນກ້ານຂອງຕົ້ນຜັກແປ້ງນົວສາມາດເອົາມາເຮັດເປັນອາຫານໄດ້ຄືກັນ ແຕ່ຕ້ອງລອກເປືອກອອກ, ລົດຊາດຈະຄ້າຍຄືກັບຜັກກາດນາ. ຂໍ້ຄວນລະວັງແມ່ນຫ້າມຕົ້ມໃນພາຊະນະອະລູມີນຽມ ເພາະອາດເຮັດໃຫ້ນຳ້ຕົ້ມເປັນພິດ ແລະ ກໍ່ໃຫ້ເກີດອາການເຈັບທ້ອງ -ຖອກທ້ອງໄດ້.
- 4 - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ
- 5 - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ
- 3 - ປະໂຫຍດ ແລະ ສັບພະຄຸນໜ້າຮູ້ຂອງຜັກແປ້ງນົວ
  • 1097 Posts
  • 0 Comments
iLike/LPN/20