32 ວັນແລ້ວ ທີ່ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ໃນວັນທີ 14 ພຶດສະພາ 2020, ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫລງຂ່າວ ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ. ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.
ທ່ານ ດຣ. ພູທອນ ເມືອງປາກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 117 ຄົນ, ໃນນັ້ນ ມີກໍລະນີສົງໄສ 38 ຄົນ ແລະ ມີແຮງງານລາວກັບມາຈາກປະເທດໄທ 79 ຄົນ, ໃນນັ້ນ, ແຂວງສະຫວັນນະເຂດ 53 ຄົນ, ຄຳມ່ວນ 11 ຄົນ, ສາລະວັນ 09 ຄົນ, ບໍລິຄຳໄຊ 02 ຄົນ, ຈຳປາສັກ 02 ຄົນ, ອຸດົມໄຊ 02 ຄົນ. ຜົນກວດທັງໝົດ ບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດມີ 4,092 ຕົວຢ່າງ, ກວດພົບເຊື້ອທັງໝົດ 19 ຄົນ (32 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດ ຕະພາບ 5 ຄົນ, ຍິງ 4 ຄົນ ທັງໝົດມີອາການຊົງຕົວ. ນອກຈາກນີ້, ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 66 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 2,097 ຄົນ ແລະ ໄດ້ເກັບເອົາຕົວຢ່າງມາກວດວິເຄາະທັງໝົດທຸກຄົນ ບໍ່ມີຜູ້ຕິດເຊື້ອ.
ທ່ານ ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ: ແນວໃດກໍ່ຕາມ, ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງໄປເລື້ອຍໆ ເຮັດໃຫ້ພວກເຮົາສາມາດກັບມາດໍາລົງຊີວິດຕາມປົກ ກະຕິ, ການຈັດຕັ້ງປະຕິບັດແຈ້ງການ 524/ຫສນຍ ກ່ຽວກັບການຜ່ອນຜັນບາງມາດຕະການ ຮອດວັນທີ 17 ພຶດສະພາ ນີ້ກໍ່ຍັງພຽງແຕ່ 2-3 ວັນ ແຕ່ຍັງມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ວິທີປ້ອງກັນການຕິດເຊື້ອ ແລະ ວິທີປ້ອງກັນການແຜ່ເຊື້ອພະຍາດ ເພື່ອສະກັດກັ້ນບໍ່ໃຫ້ມີກໍລະນີໃໝ່ເກີດຂຶ້ນ. ປັດໄຈສໍາຄັນທີ່ສຸດ ແມ່ນຂຶ້ນກັບຄວາມຮັບຜິດຊອບຂອງທຸກພາກສ່ວນ ທີ່ເປີດການບໍລິການຄືນໃໝ່ ວ່າຈະປະຕິບັດມາດຕະການໄດ້ຖືກຕ້ອງເຂັ້ມງວດຊ່ຳໃດ ແລະ ຂຶ້ນຢູ່ກັບພຶດຕິກໍາຂອງພວກເຮົາໝົດທຸກຄົນທີ່ຈະປັບປຸງວິຖີຊີວິດ ໃໝ່ຂອງຕົນຕາມຄຳແນະນຳຂອງຄະນະສະເພາະກິດ.