ເບຊິກຕັດ ສະໂມສອນຊື່ດັງຂອງປະເທດຕວກກີພ້ອມກັບທີມງານ 7 ຄົນຕິດໂຄວິດ-19
May 15, 2020 - 1:02 PM
ເບຊິກຕັດ ສະໂມສອນ ກິລາຊື່ດັງຂອງປະເທດ ຕວກກີ ໄດ້ຮັບຂ່າວຮ້າຍ ເມື່ອມີບຸກຄະລາກອນຂອງທີມຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫລື ໂຄວິດ-19 ພ້ອມກັນໝົດ 8 ຄົນ.
ໂດຍທີມດັງແຫ່ງຊຸບເບີລີກ ຕວກກີ ຖະແຫລງການຜ່ານເວັບໄຊສະໂມສອນວ່າ ມີຜູ້ຕິດເຊື້ອ 8 ຄົນ, ໂດຍໜຶ່ງໃນນັ້ນຄື ອາເໝັດ ນູ ເຊບີ ປະທານຂອງສະໂມສອນ ອາຍຸ 61 ປີ ແຕ່ອີກ 7 ຄົນ ບໍ່ຖືກເປີດເຜີຍວ່າມີຕຳແໜ່ງ ຫລື ເຮັດໜ້າທີ່ຫຍັງໃນສະໂມສອນ ເຊິ່ງທັງໝົດໄດ້ເຂົ້າສູ່ຂະບວນການກັກຕົວແລ້ວ
ສຳລັບນັກເຕະ ຕວກກີ ຈະກັບມາແຂ່ງຂັນອີກຄັ້ງວັນທີ 12 ມິຖຸນາ ຫລັງຈາກຖືກລະງັບມາຕັ້ງແຕ່ວັນທີ 18 ມີນາ.
ປັດຈຸບັນມີຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວປະເທດ 143.114 ຄົນ, ເສຍຊີວິດ 3.952 ຄົນ ແລະ ຮັກສາຫາຍດີແລ້ວ 101.715 ຄົນ.











