ບາງມາດຕະການຜ່ອນຜັນ ແລະ ຫ້າມຂອງລັດຖະບານໃນການຄວບຄຸມພະຍາດໂຄວິດ-19 ໄລຍະ 2 (ແຕ່ 18 ພຶດສະພາ ຫາ 1 ມີຖຸນາ)


ວັນທີ 15 ພຶດສະພານີ້ ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: 33 ວັນແລ້ວ ແລະ ສາມາດປິ່ນປົວ ຜູ້ຕິດເຊື້ອຫາຍດີ ຈຳນວນ 14 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນ, ບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ກໍໄດ້ຕີລາຄາສູງວ່າ ສປປ ລາວ ມີມາດຕະການປ້ອງກັນແຕ່ຫົວທີໄດ້ດີ ຈຶ່ງສາມາດຄວບຄຸມການລະບາດ ບໍ່ໃຫ້ຂະ ຫຍາຍອອກສູ່ວົງກວ້າງ.
ເຖິງແນວໃດກໍຕາມ, ພວກເຮົາ ກໍບໍ່ຄວນປະໝາດຢ່າງເດັດຂາດ ເນື່ອງຈາກວ່າ ຍັງມີການລະ ບາດ ຢູ່ໃນໂລກ ແລະ ບາງປະເທດໃນອາຊຽນ. ໄລຍະຜ່ານມາ ຫຼາຍປະເທດ ໄດ້ຜ່ອນຜັນມາດຕະການລົງ ແຕ່ສັງເກດເຫັນວ່າ ຢູ່ບາງປະເທດ ໄດ້ມີການລະບາດຄືນມາຮອບໃໝ່. ສະນັ້ນ, ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ເພື່ອໃຫ້ມີຜົນກະທົບຕໍ່ເສດຖະ ກິດ–ສັງຄົມ ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມ ໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ລັດຖະບານ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາ ຜ່ອນຜັນ ມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການປ້ອງກັນ ການຕິດເຊື້ອ ໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ 1 ມິຖຸນາ 2020 ລະອຽດດັ່ງນີ້:
1. ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສືບຕໍ່ປະຕິບັດບາງມາດຕະການ ຕາມຄຳສັ່ງ 06/ນຍ ແລະ ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດ ຊອບສູງ.
2. ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບັນດາມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ–ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ;
3. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ;
4. ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ–ສັງຄົມ ໜ້ອຍທີ່ສຸດ ເພື່ອໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ–ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ.
ລາຍລະອຽດບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:
1). ອະນຸຍາດໃຫ້ ສໍານັກງານອົງການຂອງພັກ–ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ;
2). ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມ ມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ;
3). ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ;
4). ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະ ຊຸມເປັນທາງການ ພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ ຈັດງານ ລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ–ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ. ສຳລັບການດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາເພີ່ມເຕີມຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 08/ຄລສພ, ລົງວັນທີ 11 ພຶດສະພາ 2020;
5). ໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະ ເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປີດໂຮງຮຽນຄືນ ໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ–ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ສ່ວນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນຮຽນ ປ1-ປ4, ມ1-ມ3, ມ5-ມ6, ວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລະດັບອື່ນໆ ໃຫ້ກະກຽມເປີດ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.
6). ອະນຸຍາດໃຫ້ອອກກໍາລັງກາຍ ຫຼື ຫຼິ້ນກິລາກາງແຈ້ງ ແລະ ໃນຮົ່ມ ທຸກປະເພດ, ແຕ່ຕ້ອງປະຕິບັດບັນດາມາດຕະການ ປ້ອງກັນການຕິດເຊື້ອ ຕາມຄຳແນະນໍາຂອງຄະນະສະເພາະກິດ;
7). ອະນຸຍາດໃຫ້ເປີດດໍາເນີນທຸລະກິດການຄ້າ ແລະ ການບໍລິ ການຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ–ອັດສີດ, ໂຮງງານນໍ້າດື່ມ, ໂຮງງານນໍ້າກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດ ແລະ ສະປາທຸກປະເພດ ສາມາດດຳເນີນກິດຈະການໄດ້ປົກກະຕິ, ແຕ່ໃຫ້ຂະແໜງການກ່ຽວຂ້ອງແນະນໍາ ແລະ ກຳນົດເວລາເປີດ–ປິດ ແຕ່ລະປະເພດກິດຈະການໃຫ້ລະອຽດ;
8). ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ສາມາດເປີດດໍາເນີນກິດຈະການ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາດຕະ ການ ທີ່ໄດ້ກຳນົດໃນຄຳແນະນຳ ຂອງຄະນະສະເພາະກິດ ສະບັບເລກທີ 071/ສພກ, ລົງວັນທີ 11 ພຶດສະພາ 2020.
9). ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກ ແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດ ຂອງຕົນ ຕາມຈຸດປະສົງ. ສຳລັບນັກສຶກສາລາວ ແລະ ແຮງງານລາວ ທີ່ຕ້ອງການກັບຄືນໄປຮຽນ ຫຼື ອອກແຮງງານຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງໄດ້ປະຕິບັດມຕາມລະບຽບການ ຂອງປະເທດທີ່ຈະເດີນທາງໄປນັ້ນ.
5. ເຫັນດີ ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:
1). ສືບຕໍ່ປິດບັນດາກິດຈະການ ເປັນຕົ້ນ: ຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ–ດື່ມ (ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການແຂ່ງຂັນກິລາ ທີ່ມີຜູ້ເຂົ້າຊົມຈຳນວນຫຼາຍ ຊຶ່ງບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງ ຕໍ່ການຕິດເຊື້ອ;
2). ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມ (ບໍ່ເປັນທາງການ), ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພນີ ແລະ ງານດອງ ທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດ ໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ;
3). ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ–ອອກ ຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າ, ຜູ້ທີ່ໄດ້ກຳນົດໃນຂໍ້ທີ 4.9 ຂອງແຈ້ງການສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020 ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ;
4). ສືບຕໍ່ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19, ຍົກເວັ້ນແຕ່ ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດມາດຕະການຕ່າງໆ ຕາມຄຳແນະນຳ ຂອງຄະນະສະເພາະກິດ. ສຳລັບຂັ້ນຕອນ ໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດ ຈະອອກຄຳແນະນຳຕ່າງຫາກ.