ອາກາດຮ້ອນສົ່ງຜົນສະທ້ອນຕໍ່ການຜະລິດ
ໂດຍ: ມຶກບໍ່ແຫ້ງ
ໂຄວິດ 19 ຍັງບໍ່ທັນວິດແຕ່ພວກເຮົາກຳລັງພົບພໍ້ ເງື່ອນໄຂດິນຟ້າອາກາດທີ່ປ່ຽນແປງ, ຂາດຝົນຂາດນໍ້າພາໃຫ້ການຜະລິດມີຄວາມຫຍຸ້ງຍາກ ແລະຊັກຊ້າ.
ຕາມທຳມະດາແລ້ວເດືອນພຶດສະພາຫາເດືອນມິຖຸນາຂອງທຸກປີເປັນເວລາທີ່ປະຊາຊົນກະກຽມການຜະລິດໃນລະດູຝົນໂດຍສາະເພາະການຜະລິດເຂົ້າເຊິ່ງຊາວກະສິກອນຫຼາຍຍັງອາໄສ ການອຳນວຍຄວາມສະດວກຈາກທຳມະຊາດເຊັ່ນ ຝົນຕົກຕາມລະດູການທີ່ສາມາດຊ່ວຍໃຫ້ ປະຊາຊົນສາມາດກະກຽມການເພີ່ມພູຜະລິດຜົນໄດ້ທັນເວລາ.
ແຕ່ຕົກມາປີນີ້ ຫຼາຍເຂດແຂວງກໍຍັງເຫັນວ່າຟ້າຝົນບໍ່ອຳນວຍ, ນໍ້າຝົນຍັງບໍ່ພຽງພໍໃນການກະກຽມດິນ, ການຜະລິດອາດຊັກຊ້າອາດເຮັດໃຫ້ ຜົນຜະລິດບໍ່ໄດ້ຮັບຜົນເທົ່າທີ່ຄວນເຊິ່ງມີຄວາມສ່ຽງນຳໄປສູ່ການຂາດແຄນສະບຽງອາຫານ.
ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດເວົ້າປີນີ້ ຈະມີຝົນໜ້ອຍໂດຍສະເພາະເດືອນພຶດສະພາຫາເດືອນກໍລະກົດ, ນັ້ນກໍສະແດງວ່າພວກເຮົາຕ້ອງໄດ້ ກະກຽມເງື່ອນໄຂຕ່າງໆ ໃນການຮັບມືກັບໄພແຫ້ງແລ້ງຄັ້ງນີ້.
ແຕ່ພ້ອມນັ້ນໃນປີນີ້ ກະຊວງກະສິກຳແລະປ່າໄມ້ ໄດ້ວາງເປົ້າໝາຍໄວ້ວ່າຈະສູ້ຊົນການຜະລິດເຂົ້າໃຫ້ໄດ້ 4 ລ້ານໂຕນແລະເນື້ອທີ່ທຳການຜະລິດເຂົ້ານາປີໃຫ້ໄດ້ 8.7 ແສນເຮັກຕາແລະເນື້ອທີທຳການຜະລິດພືດອື່ນໆ ເພື່ອການຄ້າ 3.8 ແສນໂຕນ.
ພວກເຮົາຄົງບໍ່ລືມໃນເງື່ອນໄຂການຜະລິດທີ່ມີຂໍ້ຫຍຸ້ງຍາກແລະສິ່ງທ້າທາຍບໍ່ໜ້ອຍເລີຍ, ເນື່ອງຈາກໄພນໍ້າຖ້ວມທີ່ຮ້າຍແຮງໃນປີ 2018-2019 ເຮັດໃຫ້ ລະບົບຊົນລະປະທານ, ໂຄງລ່າພື້ນຖານບໍ່ໜ້ອຍເປ່ເພເສຍຫາຍ ແລະ ດ້ວຍງົບປະມານທີ່ຈຳກັດຂອງລັດຖະບານແນ່ນອນການສ້ອມແປງຄືນຊົນລະປະທານ, ໂຄງລ່າງພື້ນຖານການຜະລິດອາດຍັງບໍ່ທັນທ່ວງທັນ.
ໃນຕົ້ນປີພວກເຮົາພົບພໍ້ກັບການລະບາດໂຄວິດ 19 ເຊິ່ງຜົນກະທົບໂດຍກົງຕໍ່ລະບົບການຜະລິດໃນຫຼາຍດ້ານໂດຍສະເພາະການຜະລິດແລະການຈຳໜ່າຍ, ສົ່ງຜົນໃຫ້ ຊາວກະສິກອນຫຼາຍຄົນໄດ້ຮັບຜົນກະທົບ. ຊໍ້າບໍ່ໜໍາມາຮອດປັດຈຸບັນອາກາດຮ້ອນເອົ້າບໍ່ມີນໍ້າຝົນພຽງພໍເຮັດໃຫ້ ທ້າທາຍຍິ່ງຕໍ່ການຜະລິດ.
ຕໍສະພາບດັ່ງກ່າວຜູ້ຂຽນກໍເຊື່ອວ່າລັດຖະບານເຮົາກໍຄືພາກສ່ວນທີ່ກ່ຽວຂ້ອງອາດມີແຜນກະກຽມເພື່ອຮັບມືໄວ້ແລ້ວແຕ່ຢ່າງໃດກໍຕາມການຊ່ວຍເຫຼືອຢ່າງທັນເວລາເຊັ່ນການສ້ອມແປງຊົນລະປະທານແລະການຊ່ວຍດ້ານຕ່າງໆ ທີ່ເປັນໄປໄດ້ຕໍ່ຊາວກະສິກອນນັ້ນຖືວ່າຈຳເປັນຍິ່ງເພື່ອຊ່ວຍໃຫ້ການບັນລຸເປົ້າໝາຍການຜະລິດນັ້ນເປັນຈິງ.
ສະພາບອາກາດຄືແນວນີ້ ກໍເນື່ອງຈາກຜົນພອຍຂອງການບຸກລຸກທຳມະຊາດ, ແມ່ນໍ້າຫຼາຍສາຍບົກແຫ້ງຍ້ອນປ່າຍອດນໍ້າແລະເຂດໃກ້ຄຽງຖືກທຳລາຍພາໃຫ້ຄວາມອາດສາມາດໃນການດູດຊັບນໍ້າໄວ້ມີໜ້ອຍລົງ. ເພາະສະນັ້ນມັນເຖິງເວລາແລ້ວທີ່ການຮັກສາຄວາມສົມດູນທາງທຳມະຊາດ, ການປົກປັກຮັກສາປ່າໄມ້ເຮົາໃຫ້ອຸດົມສົມບູນຈຶ່ງເປັນເລື່ອງຮີບດ່ວນແລະເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາທີ່ຈະມາເຖິງນີ້ ພວກເຮົາເພີ່ມການປູກຕົ້ນໄມ້ໃຫ້ຫຼາຍຂຶ້ນ.










