ອີຕາລີ ຜະລິດສາຍຮັດຂໍ່ແຂນເວັ້ນຫ່າງທາງສັງຄົມ
ໂດຍ: ລູກເມືອງພວນ
ບໍລິສັດແຫ່ງໜຶ່ງຂອງ ອີຕາລີ ເກີດແນວຄວາມຄິດຜະສາຍຮັດຂໍ່ແຂນເວັ້ນຫ່າງທາງສັງຄົມ, ສາຍຮັດຂໍ່ແຂນຈະເຕືອນໃນເມື່ຶອໄປໃກ້ກັບຄົນອື່ນເກີນໄປ.
ສາຍຂໍ່ຮັດແຂນມີຊື່ວ່າ ແລັບບີໄລ້( Labby Light ) ຂອງບໍລິສັດ MetaWellness ຕັ້ງຢູ່ Bari, ມັນຈະດັງຂຶ້ນໃນເມື່ອມີຄົນມາໃກ້ 1 ແມດ. ສາຍຮັດຂໍ່ແຂນດັ່ງກ່າວຍັງເຮັດໜ້າທີ່ຕິດຕາມສາຍຮັດຂໍ່ແຂນຂອງຄົນອື່ນທີ່ຢູ່ອ້ອມຮອບຕົວເຮົາອີກ. ຖ້າຫາກມີຜູ້ໃດຜູ້ໜຶ່ງຕິດເຊື້ອໂຄວິດ, ເຄື່ອງຈະແຈ້ງໃຫ້ຮູ້ວ່າມີໃຜແດ່ທີ່ໄປໃກ້ສິດສຳຜັດກັບຄົນນັ້ນ.
ບັນດາຫົວໜ່ວຍທຸລະກິດຈຳນວນໜຶ່ງໄດ້ຊື້ເອົາເຄື່ອງດັ່ງກ່າວ ດ້ວຍຄວາມຫວັງວ່າມັນຈະຊ່ວຍກູ້ເອົາຊີວິດຂອງຄົນໄວ້ໄດ້ ໃນເມື່ອ ອີຕາລີ ມີການປົດລ໊ອກ. ທ່ານ Antonello Barracane ຜູ້ຄຸ້ມຄອງການຜະລິດສາຍຮັດຂໍ່ແຂນຂອງບໍລິສັດກ່າວເມື່ອວັນທີ 12 ພຶດສະພານີ້ວ່າ: ” ພວກເຮົາໄດ້ຮັບໃບສັ່ງ ຈາກບັນດາສະຖານທີ່ຕາກອາກາດແຄມທະເລ, ໂຮງແຮມ, ໂຮງຮຽນ ແລະ ບໍລິສັດແຫ່ງຕ່າງໆຢ່າງຫຼວງຫຼາຍ”
ສາຍຮັດຂໍ່ແຂນມີລາຄາພຽງ 25 ເອີໂຣ(27 USD). ທ່ານ Giuseppe Di Bari ຊຶ່ງເປັນທ່ານໝໍປົວແຂ້ວໄດ້ນຳໃຊ້ເຄື່ອງດັ່ງກ່າວ ກັບຜູ້ມາປິ່ນປົວແຂ້ວ ເຕືອນບໍ່ໃຫ້ນັ່ງໃກ້ກັນ.










