ວິທີລ້ຽງຫອຍຈູບໃສ່ອ່າງຊີມັງ
ຂັ້ນຕອນການລ້ຽງກໍບໍ່ຢາກປານໃດຄື: ເລີ່ມຕົ້ນກໍເອົາອ່າງຊີມັງມາແລ້ວເຕີມນ້ຳໃສ່ ຫລັງຈາກນັ້ນເອົາຢວກກ້ວຍຊອຍ ໃຫ້ມຸນລະອຽດແລ້ວກໍ່ເອົາເຖລົງໃສ່ອ່າງເພື່ອກຳຈັດກິ່ນຄາບຊີມັງແຊນ້ຳປະໄວ້ໃຫ້ດົນປະມານ 1-2 ອາທິດ ຫລື ຈົນກວ່າເກີດມີຂີ້ໃຄນ້ຳຂຶ້ນກໍສາມາດນຳມາໃຊ້ສຳລັບລ້ຽງຫອຍຈູບໄດ້.
ຫາພໍ່ແມ່ພັນຫອຍຈູບທີ່ໃຊ້ລ້ຽງມີອາຍຸຕັ້ງແຕ່ 3 ເດືອນ ຄວນເລືອກເອົາໂຕທີ່ມີຂະໜາດໃຫຍ່ ນ້ຳໜັກຕັ້ງແຕ່ 60-100 ໂຕຕໍ່ກິໂລ, ຫອຍຈູບຈະມີ 2 ເພດໃນໂຕດຽວກັນ ມີການປະສົມພັນດ້ວຍໂຕຂອງມັນເອງໄດ້ເມື່ອອາຍຸໄດ້ 60 ວັນ ແລະ ສາມາດອອກລູກເປັນໂຕຄັ້ງລະປະມານ 40-50 ໂຕ.
ອາຫານທີ່ໃຊ້ລ້ຽງເຊັ່ນ: ເອົາປາມາປະສົມກັບເຂົ້າໜຽວສຸກ ໜ້ອຍຫນຶ່ງຕຳເຂົ້າກັນໃຫ້ລະອຽດ ແລ້ວ ປັ້ນເປັນກ້ອນນ້ອຍໆຂະໜາດເທົ່າກັບຫົວໂມ້ມື, ປ່ອນ ໃສ່ອ່າງລະ 5 ກ້ອນ, ຊຶ່ງອາທິດຫນຶ່ງສາມາດໃຫ້ອາຫານ 2 ເທື່ອ. ໃນອ່າງລ້ຽງຄວນໃສ່ຜັກຕົບ ຫລື ໃສ່ໃບໄມ້ແຫ້ງລົງໄປເພື່ອເປັນອາຫານອີກຊະນິດໜຶ່ງ, ແຕ່ຄວນລະວັງໃນການໃຫ້ອາຫານຕ້ອງເບິ່ງຄວາມສະອາດ,ຢ່າໃຫ້ເກີດນ້ຳເນົ່າ ເພາະຈະເຮັດໃຫ້ຫອຍຕາຍໄດ້ ແລະ ຄວນເຕີມນ້ຳໜັກຊີວະພາບໄປແດ່ເພື່ອປັບສະພາບນ້ຳ.
ໄລຍະເວລາການລ້ຽງປະມານ 2 ເດືອນ ກໍສາມາດເອົາມາຂາຍໄດ້ ແຕ່ກໍຕ້ອງຄ່ອຍເລືອກເອົາ ເພາະຫອຍຈູບມັນໃຫຍ່ບໍ່ສຳກັນ ແລະ ມີຫລາຍຂະໜາດ ຄວນເລືອກເອົາໂຕໃຫຍ່ເຕັມ ສ່ວນ, ໂຕໃດນ້ອຍກໍປະໄວ້ເພື່ອລ້ຽງຕໍ່ໄປອີກໄລຍະໜຶ່ງ ຈຶ່ງເອົາໄປຂາຍໄດ້ ເທື່ອລະປະມານ 30-50 ກິໂລ, ຕາມປະລິມານການລ້ຽງຕົວຈິງ