ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ຂອງຫວຽດນາມ ລົງນາມການພິມຈຳໜ່າຍ ຊຸດສະແຕມພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈິມິນ ຄົບຮອບ 130 ປີ.


ໂດຍ: ລູກເມືອງພວນ
ວັນທີ 16 ພຶດສະພານີ້, ຢູ່ທີ່ແຂວງເຫງະອານ, ກະຊວງ ໄປສະນີ ແລະ ການສື່ສານໄດ້ສົມທົບກັບ ອຳນາດການປົກຄອງຂອງແຂວງເຫງະອານ, ບໍລິສັດໄປສະນີຫວຽດນາມ ແລະ ຫໍພິພິທະພັນໂຮ່ຈິມິນ ຈັດຕັ້ງພິທີພິມຈຳໜ່າຍຊຸດສະແຕມພິເສດລະນຶກວັນຄ້າຍວັນເກີດຂອງປະທານໂຮ່ຈິມິນຄົບຮອບ 130 ປີ.
ເຂົ້າຮ່ວມພິທີດັ່ງກ່າວ, ມີນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ແລະ ທ່ານໄດ້ລົງນາມການພິມຈຳໜ່າຍຊຸດສະແຕມພິເສດເພື່ອສະເຫຼີມສະຫຼອງວັນຄ້ານວັນເກີດຂອງປະທານໂຮ່ຈິມິນຄົບຮອບ 130 ປີ ແລະ 50 ປີແຫ່ງການສ້າງຕັ້ງຫໍພິພິທະພັນໂຮ່ຈິມິນ.
ຊຸດສະແຕມດັ່ງກ່າວໄດ້ສະຫຼັກຮູບພາບຂອງປະທານ ໂຮ່ຈິມິນ ໄວ້ເທິງພາບພື້ນຫຼັງບ້ານເກີດເມືອງນອນຂອງທ່ານເອງ, ຢູ່ທາງເບື້ອງຂ້າງແມ່ນຮູບ ຫໍພິພິທະພັນ ໂຮ່ຈິມິນ ດ້ວຍຮູບສັນຍາລັກດອກບົວຫຼວງສີຂາວ, ຊຶ່ງເປັນການລະນຶກເຖິງ ໝູ່ບ້ານແຊນ ໃນອະດີດຂອງວິລະບູລຸດຂອງຊາດ.
ຊຸດສະແຕມມີຂະໜາດ 43×32 (ມມ), ມີທະນາບັດ 4.000 ດົງ ຊຶ່ງເປັນຜົນງານແຕ້ມຈາກສິນລະປິນ ໂຕມິງຈາງ ຈາກ ບໍລິສັດ ໄປສະນີຫວຽດນາມ ເປັນຜູ້ອອກແບບ. ຊຸດສະແຕມດັ່ງກ່າວຖືກນຳເຂົ້າສູ່ໂທລະຄົມສາທາລະນະ(ເວບໄຊ) ແຕ່ວັນທີ 16 ພຶດສະພາຈົນເຖິງວັນທີ 31 ທັນວາ ປີ 2021.