4 ນິໄສພາໃຫ້ມີເງິນໃຊ້ບໍ່ຂາດມື
May 18, 2020 - 2:52 PM
ຢາກຮູ້ຫລືບໍ່ວ່າຄົນຮັ່ງມີພວກເຂົາມີນິໄສແນວໃດ ? 4 ນິໄສທີ່ເຮັດໃຫ້ຮັ່ງມີ ຫາກເຮັດເປັນປະຈຳ ຊີວິດນີ້ທ່ານຈະມີເງິນໃຊ້ບໍ່ຂາດມື ເຊິ່ງເລື່ອງນີ້ອາດຈະເຮັດໄດ້ຍາກໃນໄລຍະທຳອິດ ຕ້ອງໃຊ້ຄວາມພະຍາຍາມ ແລະ ວິໄນໃນການປ່ຽນແປງຕົນເອງອ່າວຫລາຍພໍສົມຄວນ, ແຕ່ເຊື່ອໄດ້ວ່າບໍ່ຍາກຈົນເກີນຄວາມສາມາດຂອງທຸກທ່ານແນ່ນອນ.
- “ແບ່ງເງິນໄວ້ທ້ອນ 10%” : ສິ່ງສຳຄັນທີ່ສຸດທີ່ຕ້ອງເຮັດກໍແມ່ນຕ້ອງແບ່ງເງິນອອກມາທ້ອນ ປະມານ 10% ຂອງລາຍຮັບທັງໝົດ ນີ້ແມ່ນນິໄສທີ່ເຮັດໃຫ້ຮັ່ງມີ, ແຕ່ຖ້າໃຜບໍ່ຄ່ອຍໄດ້ໃຊ້ເງິນຫລາຍກໍສາມາດແບ່ງອອກມາທ້ອນຫລາຍກ່ວາ 10% ກໍໄດ້ ແຕ່ຄວນຈື່ໄວ້ວ່າການທ້ອນເງິນນີ້ຕ້ອງບໍ່ເຮັດໃຫ້ເຮົາເດືອດຮ້ອນ.
- “ຈຳກັດການໃຊ້ເງິນ” : ນິໄສທີ່ເຮັດໃຫ້ຮັ່ງມີທີ່ທຸກທ່ານຄວນຝຶກໄວ້ກໍຄື ການຈຳກັດການໃຊ້ເງິນໃນແຕ່ລະເດືອນ ຫລື ອາດຈະຈຳກັດວ່າມື້ນີ້ສາມາດໃຊ້ເງິນໄດ້ເທົ່າໃດ. ສິ່ງສຳຄັນຫ້າມໃຫ້ໃນກະເປົ໋າມີເງິນຫລາຍກ່ວາຈຳນວນທີ່ກຳໜົດໄວ້ ເປັນການບັງຄັບຕົນເອງບໍ່ໃຫ້ໃຊ້ເງິນຟຸມເຟືອຍນັ້ນເອງ.
- “ຄິດກ່ອນໃຊ້ເງິນທຸກເທື່ອ” : ນິໄສທີ່ເຮັດໃຫ້ຮັ່ງມີຂໍ້ທີ 3 ກໍແມ່ນກ່ອນການໃຊ້ຈ່າຍເງິນ ທ່ານຈຳເປັນຕ້ອງຄິດກ່ອນວ່າມັນຈຳເປັນເທົ່າໃດ, ສິ່ງນີ້ຊື້ມາແລ້ວໃຊ້ໄດ້ກຸ້ມຄ່າຫລືບໍ່, ເປັນສິ່ງຂອງຟຸມເຟືອຍຫລືບໍ່ ຢ່າເຫັນແກ່ຄວາມຢາກໄດ້ຢ່າງດຽວ, ລະງັບກິເຫລດໄວ້ແດ່ກໍດີ ບໍ່ດັ່ງນັ້ນ ເງິນໝົດແນ່ນອນ.
- “ຢ່າໝູນເງິນສ້າງໜີ້” : ຮູ້ຫລືບໍ່ວ່ານິໄສທີ່ເຮັດໃຫ້ຮັ່ງມີຢ່າງແທ້ຈິງນັ້ນແມ່ນທ່ານຈະຕ້ອງບໍ່ສ້າງໜີ້ ແລະ ບໍ່ຫາເງິນຈາກແຫ່ລງອື່ນເພື່ອມາໝູນໄປເລື້ອຍໆ ເພາະມັນຈະບໍ່ຈົບບໍ່ສິ້ນ ທ່ານຈະຕ້ອງດິ້ນລົນໄປຫາເງິນມາເພື່ອໝູນໄປຕະຫລອດຈົນກາຍເປັນວົງຈອນ. ສະນັ້ນແລ້ວ ພະຍາຍາມປະຢັດ ແລະ ຢ່າສ້າງໜີ້ຕື່ມດີກ່ວາ.
ຫາກທ່ານຝຶກນິໄສທີ່ເຮັດໃຫ້ຮັ່ງມີເຫລົ່ານີ້ໄດ້ ຊີວິດນີ້ທ່ານຈະມີເງິນໃຊ້ບໍ່ຂາດມື ຫາກລຳບາກແທ້ໆກໍຍັງມີເງິນສຳຮອງໄວ້ໃຊ້ຢູ່ ໝັ່ນຝຶກເຕັກນິກເຫລົ່ານີ້ພາຍໃນ 1 ປີທ່ານຈະເຫັນຜົນຕອບແທນທີ່ໜ້າເພິງພໍໃຈຢ່າງແນ່ນອນ.