ຂັດແຍ່ງກັບຄຳປະກາດຂອງ ທຣຳ

ຂັດແຍ່ງກັບຄຳປະກາດຂອງ ທຣຳ - 248 - ຂັດແຍ່ງກັບຄຳປະກາດຂອງ ທຣຳ
ຂັດແຍ່ງກັບຄຳປະກາດຂອງ ທຣຳ - kitchen vibe - ຂັດແຍ່ງກັບຄຳປະກາດຂອງ ທຣຳ

ໂດຍ: ລູກເມືອງພວນ

ປະທານາທິບໍດີ ທຣຳ ເວົ້າວ່າ ເຊື້ອໄວຣັສ ໂຄໂຣນາສາຍພັນໃໝ່ແມ່ນມີຕົ້ນກຳເນີດມາຈາກຫ້ອງທົດລອງຢູ່ ອູຮັ່ນ ປະເທດຈີນ.

ຂັດແຍ່ງກັບຄຳປະກາດຂອງ ທຣຳ - Visit Laos Visit SALANA BOUTIQUE HOTEL - ຂັດແຍ່ງກັບຄຳປະກາດຂອງ ທຣຳ

ໃນໂອກາດໃຫ້ສຳພາດຕໍ່ວາລະສານ National Geographic, ປອ Anthony Fauci ຜູ້ຊ່ຽວຊານດ້ານພະຍາດລະດັບຕົ້ນໆຂອງສະຫະລັດອາເມລິກາໃຫ້ຄຳເຫັນວ່າ: ທ່ານບໍ່ເຊື່ອວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ອອກມາຈາກຫ້ອງທົດລອງ. “ຖ້າພວກເຮົາຫາກເບິ່ງການພັດທະນາຂອງໄວຣັສຢູ່ໃນໂຕເຈຍ ແລະ ສິ່ງທີ່ເກີດຂຶ້ນ, ຂໍ້ມູນທາງດ້ານວິທະຍາສາດ ກໍລ້ວນແຕ່ໃຫ້ເຫັນວ່າ ເຊື້ອໄວຣັສບໍ່ອອກມາຈາກນໍ້າມືຂອງຄົນ ຫຼື ມີການດັດແປງແຕ່ຢ່າງໃດ” ແລະ ທ່ານກໍບໍ່ເຊື່ອວ່າ ເຊື້ອໄວຣັສຈະລຸດອອກມາຈາກຫ້ອງທົດລອງ ແລະ ຈະແຜ່ເຊື້ອໃສ່ຊຸມຊົນ.

“ທຸກຂະບວນການພັດທະນາຂອງມັນກໍຊີ້ໃຫ້ເຫັນວ່າ ໄວຣັສສາຍພັນ   ໃໝ່ນີ້ມັນມີການພັດທະນາຢູ່ໃນທຳມະຊາດ ແລະ ຫຼັງຈາກນັ້ນກໍຕິດຕໍ່ໄປໃສ່ສັດອື່ນໆອີກຫຼາຍຊະນິດ”ທ່ານFauci ກ່າວຢໍ້າ.

ການສັງເກດຕີລາຄາຂອງ ອົງການ Five Eyes ມີຂຶ້ນພາຍຫຼັງປະທານາທິບໍດີ ແລະ ລັດຖະມົນຕີການຕ່າງປະເທດ Pompeo ເວົ້າວ່າ ພວກເຂົາມີຫຼັກຖານວ່າ ເຊື້ອໄວຣັສ ອອກມາຈາກສູນໄວຣັສ ອູຮັ່ນ.

“ຂ້າພະເຈົ້າສາມາດເວົ້າກັບພວກທ່ານໄດ້ວ່າ ມີຂໍ້ມູນພຽງພໍທີ່ຈະພິສູດໄດ້ວ່າ ເຊື້ອໄວຣັສ ອອກມາຈາກຫ້ອງທົດລອງໃນອູຮັ່ນ” ທ່ານ Pompeo ກ່າວຕໍ່ຊ່ງໂທລະພາບ ABC ໃນວັນອາທິດທີ່ຜ່ານມາ.

ໃນຂະນະດຽວກັນ, ວັນພະຫັດອາທິດທີ່ຜ່ານມານີ້, ອົງການນັກສືບລັບຂອງສະຫະລັດອາເມລິກາໄດ້ຖະແຫຼງວ່າ  ພວກເຂົາກຳລັງເຮັດວຽກເພື່ອ “ຊອກຮູ້ເບິ່ງວ່າ ເຊື້ອພະຍາດອອກມາຈາກການສຳຜັດກັບສັດທີ່ຕີດເຊື້ອ ຫຼື ເປັນອຸບັດເຫດມາຈາກຫ້ອງທົດລອງ ອຸຮັ່ນ”. ຄຳຖະແຫຼງການດັ່ງກ່າວຢືນຢັນວ່າ ເຊື້ອໄວຣັສບໍ່ໄດ້ອອກມາຈາກການປະດິດສ້າງຂອງຄົນ ຫຼື ເປັນການ ດັດແປງພັນທຸກຳແຕ່ຢ່າງໃດ.

ຫ້ອງການອົງການນັກສືບລັບແຫ່ງຊາດ Five Eyes  ແລະ ກະຊວງການຕ່າງປະເທດ ສະຫະລັດຍັງບໍ່ທັນອອກມາວິພາກວິຈານບັນຫາດັ່ງກ່າວແຕ່ຢ່າງໃດ.

ຂັດແຍ່ງກັບຄຳປະກາດຂອງ ທຣຳ - 5 - ຂັດແຍ່ງກັບຄຳປະກາດຂອງ ທຣຳ
ຂັດແຍ່ງກັບຄຳປະກາດຂອງ ທຣຳ - 3 - ຂັດແຍ່ງກັບຄຳປະກາດຂອງ ທຣຳ
ຂັດແຍ່ງກັບຄຳປະກາດຂອງ ທຣຳ - 4 - ຂັດແຍ່ງກັບຄຳປະກາດຂອງ ທຣຳ
  • 1097 Posts
  • 0 Comments
iLike/LPN/20