ປກສ ເມືອງຂວາ ສາມາດກັກຕົວຜູ້ຊື້ຂາຍຢາເສບຕິດ 3 ລາຍ
May 19, 2020 - 11:24 AM
ເມື່ອຕົ້ນເດືອນ ພຶດສະພານີ້ ,ເຈົ້າໜ້າທີ່ ປກສ ເມືອງຂວາ ແຂວງຜົ້ງສາລີ ສາມາດຈັບຕົວ ຜູ້ຊື້ຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງຈຳນວນ 3 ລາຍຄື: ທ້າວເຊີຍ ອາຍຸ 47 ປີ ປະຊາຊົນ ບ້ານລາດຊາງ ເມືອງຂວາ ແລະ ທ້າວພັນ ອາຍຸ 18 ປີ ປະຊາຊົນ ຊົນບ້ານລາດຊາງ ເມືອງຂວາ ພ້ອມ ຂອງກາງຢາບ້າຈຳນວນ 688 ເມັດ ແລະ ຕໍ່ມາໄດ້ກັກຕົວທ້າວດໍາອາຍຸ 27 ປີ ບ້ານກົກງີ້ວ ເມືອງຂວາ, ພ້ອມຂອງກາງຢາບ້າຈຳນວນ 86 ເມັດ. ຜ່ານການສືບສວບ ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ພົວພັນກັບການຊື້ຂາຍ ແລະ ເສບຢາເສບຕິດດັ່ງກ່າວແທ້ ແລະ ປັດຸບັນກຳລັງເຈົ້າໜ້າທີ່ພວມເລັ່ງສືບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດຫມາຍ.