ລາວເລັ່ງພັດທະນາການຮຽນ-ການສອນທາງໄກໃຫ້ມີຄຸນນະພາບຂຶ້ນ
ທ່ານ ນາງ ຮສ ປອ ສິລິນທອນ ສັກລໍຄຳ ຫົວໜ້າກົມພົວພັນສາກົນ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃນກອງປະຊຸມ ກອງປະຊຸມທາງໄກ (Video conference) ຄັ້ງທຳອິດກ່ຽວກັບວິໄສທັດທາງດ້ານຍຸດທະສາດໃນໄລຍະກາງ ແລະ ໄລຍະຍາວເພື່ອແກ້ໄຂບັນຫາໃນຂະແໜງການສຶກສາສຳລັບສະຖາບັນການສຶກສາ ທີ່ໃຊ້ພາສາຝຣັ່ງ ໄດ້ຈັດຂຶ້ນທ້າຍອາທິດຜ່ານມານີ້ວ່າ: ເພື່ອເປີດໂອກາດອັນດີໃຫ້ແກ່ບັນນັກວິຊາການຂະແໜງການສຶກສາໄດ້ມີ ການຄົ້ນຄຶດ ແລະ ພັດທະນາ ແນວທາງການສຶກສາຮູບແບບໃໝ່ ແລະ ການສຶກສາຊັ້ນສູງທາງໄກແມ່ນແນວຄິດໃໝ່ສຳລັບມະຫາວິທະຍາໄລຕ່າງໆຂອງລາວ. ບັນດາສະຖາບັນການສຶກສາ ຕ່າງໆຂອງລາວໄດ້ຢຸດເຊົາການ ຮຽນ-ການສອນ ຊົ່ວຄາວຕັ້ງ ແຕ່ກາງເດືອນມີນາ ເປັນຕົ້ນມາ ຍ້ອນການແຜ່ລະບາດຂອງ ພະຍາດ ໂຄວິດ-19. ຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ໄດ້ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ບັນດາສະຖາບັນສຶກສາຊັ້ນສູງໃນລະດັບຕ່າງໆ.
ໃນວາລະກອງປະຊຸມບັນດາສະຖາບັນຕ່າງໆໄດ້ມີການຕັ້ງຄຳຖາມ ແລະ ຍົກຫຼາຍໆບັນຫາ ຂຶ້ນມາສົນທະນາ ແລະ ແລກປ່ຽນປະສົບປະການໃນການສິດສອນທາງໄກນຳກັນໂດຍສະເພາະແມ່ນສິ່ງທ້າທາຍທີ່ສຳຄັນທີ່ສະຖາບັນການສຶກສາຕ້ອງໄດ້ປະເຊີນຮ່ວມກັນ, ໂດຍສະເພາະ ແມ່ນບັນຫາດ້ານຄວາມສາມາດໃນການປັບໂຕຂອງນັກສຶກສາ ໃຫ້ເຂົ້າກັບຮູບແບບການຮຽນແບບໃໝ່ນີ້, ການຂາດປະສົບປະການໃນການສິດສອນຂອງຄູອາຈານ, ຂໍ້ຈຳກັດຂອງແຫຼ່ງຂໍ້ມູນທາງອອນລາຍລວມໄປເຖິງພື້ນຖານໂຄລ່າງ ແລະດ້ານອື່ນໆ. ການເຂົ້າເຖິງເຄືອຂ່າຍອິນເຕີເນັດແມ່ນມີຄວາມຫຍຸ້ງຍາກເຖິງຂັ້ນບໍ່ສາມາດເຊື່ອມຕໍ່ໄດ້ເລີຍ ສຳລັບນັກສຶກສາໃນຂົງເຂດຫ່າງໄກສອກຫຼີກ, ສ່ວນວ່າຢູ່ໃນເຂດ ຕົວເມືອງໃຫຍ່ໆລາຄາຊົມໃຊ້ອິນເຕີເນັດແມ່ນຍັງແພງຫຼາຍ.
ຫຼັງຈາກຈົບການແລກປ່ຽນໃນຄັ້ງນີ້ ຜູ້ຕາງໜ້າຂອງກະຊວງສຶກສາທິການ ແລະ ກິລາ, ເຊິ່ງເປັນ ຜູ້ຮັບຜິດຊອບດຳເນີກອງປະຊຸມໄດ້ເນັ້ນໜັກເຖິງຄວາມສອດ ຄ່ອງໃນການຈັດຕັ້ງປະຕິບັດ ມາດຕະການສະໜັບສະໜູນຂອງອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ໃນໄລ ສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອຊ່ວຍເຫຼືອບັນດາມະ ຫາວິທະຍາໄລຕ່າງໆໃນການຈັດການຮຽນການສອນທາງໄກ.