ໂຄວິດ-19 ຍັງຈະຢູ່ນຳພວກເຮົາອີກດົນ
ໂດຍ: ທິດກໍ່າ
ອີງຕາມຂໍ້ມູນຈາກອົງການອະນາໄມໂລກ ໄດ້ກ່າວວ່າ: ການແຜ່ລະບາດຂອງໄວຣັສໂຄວິດ-19 ອາດແກ່ຍາວໄປເຖິງ 4 ຫລື 5 ປີຈຶ່ງຈະສາມາດຄວບຄຸມໄດ້. ການພັດທະນາວັກແຊງທີ່ມີປະສິດທິພາບ ແລະ ມາດຕະການ ນັບທັງການກັກຕົວຜູ້ຕິດເຊື້ອທີ່ປະສົບຄວາມສຳເລັດຖືເປັນປັດໄຈໜຶ່ງຈະຕັດສິນວ່າໄລຍະເວລາການແຜ່ລະບາດຂອງໄວຣັສໂຄວິດ-19 ນັ້ນຈະຍາວນານພຽງໃດ. ຂໍ້ມູນດັ່ງກ່າວແມ່ນໄດ້ມາຈາກຫົວໜ້ານັກວິທະຍາສາດປະຈຳອົງການອະນາໄມໂລກ ແລະ ຄຳເຕືອນດັ່ງກ່າວໄດ້ມີຂຶ້ນຫລັງຈາກທ່ານ ດຣ. ໄມ ໄຣອັນ ຜູ້ອຳນວຍການສຸກເສີນດ້ານສຸຂະພາບສັງກັດອົງການອະນາໄມໂລກ ໄດ້ຖະແຫລງໃນວັນທີ 13 ພຶດສະພາ 2020 ທີ່ຜ່ານມາ ເຖິງສະຖານະການການແຜ່ລະບາດຂອງໂຄວິດ-19.
ເພາະສະນັ້ນ, ເຮົາຈຶ່ງສາມາດເວົ້າໄດ້ວ່າພະຍາດໂຄວິດ-19 ມັນກໍປຽບເໝືອນກັບພະຍາດຊະນິດອື່ນໆທີ່ຂ້າມວນມະນຸດ ແລະ ສັດເດຍລະສານມາແລ້ວຫລາຍຕໍ່ຫລາຍເຊັ່ນ: ພະຍາດເອດສ໌, ຊາຣ໌, ອີໂບລາ ແລະ ພະຍາດຊະນິດອື່ນໆ ທີ່ໄດ້ເກີດມາຄວບຄູ່ກັບການດຳລົງຊີວິດຂອງມະນຸດເຮົາໃນຫລາຍທົດສະວັດ ກໍຄືໃນໄລຍະປັດຈຸບັນ, ຕ່າງແຕ່ວ່າສິ່ງທີ່ແຕກຕ່າງຂອງພະຍາດໂຄວິດ-19 ນີ້ພຽງແຕ່ມັນເປັນພະຍາດທີ່ເກີດຂຶ້ນມາໃໝ່, ຈາກສິ່ງໃໝ່ໆທີ່ມະນຸດ ຫລື ນັກວິທະຍາສາດຍັງບໍ່ທັນສາມາດຄົ້ນຄວ້າຢາມາປາບປາມ ຫລື ປ້ອງກັນສະກັດກັ້ນໂດຍກົງໃຫ້ຫາຍຂາດທັນໃນເວລາປັດຈຸບັນທັນດ່ວນ. ການຄົ້ນຄວ້າຢາແຕ່ລະຂະໜານສາມາດເອົາມາປິ່ນປົວ ແລະ ປາບພະຍາດທີ່ເກີດຂຶ້ນແຕ່ລະຊະນິດນັ້ນ ມັນກໍຕ້ອງໄດ້ໃຊ້ເວລາຫລາຍປີກວ່າຈະສຳເລັດໃນແຕ່ລະຂັ້ນຕອນຢ່າງເພິ່ງພໍໃຈ ແລະ ຮັບປະກັນທາງດ້ານຄຸນນະພາບ. ຕົວຢ່າງຢູ່ໃນປະເທດເຮົາ ຄືພະຍາດໄຂ້ຍຸງເຖິງວ່າມາຮອດປັດຈຸບັນໄດ້ມີຢາປົວແລ້ວ ແຕ່ກໍໄດ້ສັງຫານຄົນລາວໃນແຕ່ລະປີມີຈຳນວນບໍ່ໜ້ອຍ.
ເມື່ອຕັ້ງໂຈດກັນວ່າ: ພະຍາດໂຄວິດ-19 ມັນເກີດມາຈາກໃສ ? ຖ້າຈະຊອກຫາຄຳຕອບມັນກໍບໍ່ນອກເໜືອຈາກສາມແຫລ່ງໃຫຍ່ໆຕົ້ນຕໍຄື: ຈາກຄົນ, ຈາກສັດເດຍລະສານ ແລະ ຈາກທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງລວມໃນສາມປັດໄຈນີ້ກໍແມ່ນມາຈາກມືຂອງມະນຸດເປັນຜູ້ທຳລາຍໂລກ. ໃນຂະບວນວິດທະນາການຂອງໂລກ ນັບແຕ່ອະດີດເຖິງປັດຈຸບັນ, ມະນຸດເຮົາມັກສ້າງສິ່ງໃໝ່ຂຶ້ນມາ ເພື່ອຮັບໃຊ້ການດຳລົງຊີວິດຕົນເອງ, ສັງຄົມ ແລະ ປະເທດຊາດຢ່າງບໍ່ຢຸດຢັ້ງ. ຍິ່ງໄປກວ່ານັ້ນ ຍັງມີການແກ້ງແຍ້ງແຂ່ງຂັນກັນ ເພື່ອເອົາລັດເອົາປຽບ, ເພື່ອຢູ່ລອດ ແລະ ເພື່ອຄວາມຍິ່ງໃຫຍ່ຂອງຊັ້ນຄົນ, ທັງເປັນການປ້ອງກັນການຮຸກຮານຈາກໂລກພາຍນອກທີ່ຈະເຂົ້າມາຮຸກຮານ. ຈາກປັດໄຈດັ່ງກ່າວ ຈຶ່ງກໍ່ໃຫ້ເກີດມີການຜະລິດວັດຖຸອຸປະກອນທີ່ນັບມື້ທັນສະໄໝແຕ່ນ້ອຍຫາໃຫຍ່, ແຕ່ຕໍ່າຫາສູງ ເພື່ອຮັບໃຊ້ການດຳລົງຊີວິດການຍືນຍົງຄົງຕົວ ແລະ ເພື່ອຕອບຕ້ານຕອບໂຕ້ອີກຝ່າຍໜຶ່ງທີ່ຈະມາຍາດແຍ່ງຜົນປະໂຫຍດ ຈົນກໍ່ໃຫ້ເກີດສົງຄາມປະຫັດປະຫານ ແລະ ຄວາມຂັດແຍ່ງກັນໃນໂລກ.
ອີງໃສ່ປັດໄຈ ແລະ ເງື່ອນໄຂດັ່ງກ່າວ ຈຶ່ງເຮັດໃຫ້ແຕ່ລະປະເທດຕ້ອງສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມຍືນຍົງ ແລະ ກ້າວໜ້າຂອງແຕ່ລະປະເທດ. ໃນຍຸກປັດຈຸບັນ ການແກ້ງແຍ້ງແຂ່ງຂັນກັນທາງດ້ານຜົນປະໂຫຍດ ນັບແຕ່ສ່ວນບຸກຄົນໄປຫາລວມໝູ່, ທັງມີການແບ່ງແຍກກຸ້ມແກ້ງ ເພື່ອຍາດແຍ່ງເອົາກາລະໂອກາດ ຜົນປະໂຫຍດມາໃຫ້ຕົນເອງ, ພວກພ້ອງ ແລະ ປະເທດຊາດນັ້ນ ຖືເປັນກົດເກນອັດຕະວິໄສ, ພາວະວິໄສຂອງຜູ້ນຳໃນປະເທດ ແລະ ໃນໂລກ. ສິ່ງທີ່ໜ້າໜັກໃຈ ແລະ ເປັນຫ່ວງໃນການກະທຳຂອງມວນມະນຸດໃນໂລກນີ້ກໍແມ່ນພາກັນທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ ຈົນກໍ່ໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດເຊັ່ນ: ເກີດພາຍຸ, ແຜ່ນດິນໄຫວ, ຮ້ອນໂພດ, ໜາວໂພດ, ເກີດແລ້ງ, ເກີດຖ້ວມ ເຮັດໃຫ້ສະພາບດິນຟ້າອາກາດບໍ່ເປັນໄປຕາມລະດູການ. ນອກຈາກນັ້ນ ກໍເກີດມີພະຍາດບາດເຍົາ ທັງອັນເກົ່າ, ອັນໃໝ່ ແລະ ມີຂຶ້ນຕິກໆ ຈົນມະນຸດບໍ່ສາມາດປ້ອງກັນ ແລະ ສະກັດກັ້ນໄດ້ຢ່າງທ່ວງທັນ ເພື່ອຮັບມືຕໍ່ຄວາມຍືນຍົງ ແລະ ການດຳລົງຊີວິດໃຫ້ຕົນເອງ ແລະ ສັງຄົມ.
ຫາກຕັ້ງໂຈດກັນວ່າ, ເພື່ອປ້ອງກັນໄພພິບັດຕ່າງໆ, ໂຣກລະບາດ, ໂຣຄາພະຍາດທີ່ຈະມາຮຸກຮານຄວາມສະຫງົບສຸກຂອງບ້ານເມືອງ ພວກເຮົາຕ້ອງເຮັດແນວໃດ ? ຄຳຕອບໂຈດກໍຄື ຕ້ອງພ້ອມກັນປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງຄົງກະພັນ, ທັງໃກ້ຊິດ ແລະ ເປັນມິດກັບທຳມະຊາດ, ທັງປູກຝັງຈິດສຳນຶກຂອງຄົນເຮົາໃຫ້ຢູ່ໃນກິເຫລດອັນເໝາະສົມ. ໄປຄຽງຄູ່ກັນນັ້ນ, ກໍຕ້ອງປັບປ່ຽນແບບແຜນການດຳລົງຊີວິດໃຫ້ສອດຄ່ອງກັບກາລະໂອກາດຍຸກສະໄໝ ເພື່ອຄວາມຢູ່ລອດຕະຫລອດໄປ. ດັ່ງໂຄວິດ-19 ອັນເປັນເຊື້ອພະຍາດເກີດມາໃໝ່, ຊະນິດໃໝ່ ໄດ້ເຮັດໃຫ້ພວກເຮົາມີປະສົບປະການ, ວິວັດທະນາການໃນການດຳລົງຊີວິດ, ກິນສະອາດ, ຢູ່ສະອາດ, ຮູ້ແຍກຕົນເອງ, ແຍກກຸ່ມກ້ອນ, ໝັ່ນລ້າງມືດ້ວຍເຈວ, ການໄປມາກໍຕ້ອງໄດ້ໃສ່ຜ້າປິດປາກປິດດັງ. ອັນສຳຄັນທີ່ສຸດແມ່ນການອອກກຳລັງກາຍ ເພື່ອສ້າງຄວາມຕ້ານທານ ແລະ ປ້ອງກັນໂຣກລະບາດໂຄວິດ-19 ເພາະມັນຍັງຈະຝັງ ຫລື ລອຍນວນຢູ່ກັບພວກເຮົາ, ຂ້າພວກເຮົາ ແລະ ມັນກໍຈະຢູ່ນຳພວກເຮົາຫລາຍປີ ຈົນກວ່ານັກວິທະຍາສາດຜະລິດຢາມາປາບ ແລະ ປ້ອງກັນໃຫ້ມັນດັບວາຍຈາກໂລກມະນຸດໂດຍປະລິຍາຍ.
ສຳລັບ ສປປ ລາວ, ຄົນລາວພວກເຮົາໄດ້ພາລະກິດອັນສຳຄັນ ຂໍພຽງແຕ່ປະຕິບັດບັນດາມະຕິ, ຄຳສັ່ງຕ່າງໆຂອງການນຳ ກໍຄືຄະນະສະເພາະກິດກໍເປັນອັນວ່າພວກເຮົາຈະຫ່າງໄກກັບໂຄວິດ-19 ໄດ້ຢ່າງແນ່ນອນ.