ລະນຶກວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ
ເນື່ອງໃນໂອກາດລະນຶກວັນຄົບຮອບວັນຄ້າຍວັນເກີດປະທານ ໂຮ່ຈິມິນ ທີ່ເຄົາລົບຮັກ ຄົບຮອບ 130 ປີ (19/5/1890–19/5/2020) ໃນວັນທີ 19 ພຶດສະພານີ້ ຢູ່ເຂດອານຸສອນສະຖານປະທານ ໂຮ່ຈິມິນ ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດພິທີໃຕ້ທູບທຽນເພື່ອສະແດງເຖິງຄວາມເຄົາລົບຮູ້ບຸນຄຸນ ແລະ ເພື່ອເປັນການຈົດຈຳຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫລະຂອງປະທານ ໂຮ່ຈິມິນ. ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ຝ່າຍແຂວງຄຳມ່ວນມີທ່ານ ສົມໃຈ ເພັດສີນວນ ຮອງເຂລາພັກແຂວງ, ປະທານສະພາປະຊາຊົນແຂວງ, ຝ່າຍຫວຽດນາມນຳໂດຍທ່ານ ວູ້ ແອ້ງຫຍຸ້ງ ກົງສູນໃຫຍ່ປະຈຳແຂວງສະຫວັນນະເຂດ, ພ້ອມດ້ວຍບັນດາທ່ານການນຳຂັ້ນຕ່າງໆທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປະທານ ໂຮ່ຈິມິນ ແມ່ນຜູ້ນຳທີ່ແສນເຄົາລົບຮັກ, ເປັນຜູ້ນຳທີ່ປີຊາສາມາດຂອງພັກກອມມູນິດ ແລະ ປະຊາຊົນຫວຽດນາມ, ເປັນວິລະຊົນຜູ້ອົງອາດກ້າຫານໃນການປົດປ່ອຍຊາດ, ເປັນນັກວັນນະຄະດີຜູ້ເກັ່ງກ້າຂອງປະຊາຊົນຫວຽດນາມຜູ້ທີ່ອຸທິດທັງຊີວິດຂອງຕົນໃຫ້ແກ່ການຍາດເອົາເອກະລາດ, ອິດສະຫລະພາບແຫ່ງຊາດ ແລະ ຄວາມຜາສຸກມາໃຫ້ປະຊາຊົນຊາວຫວຽດນາມ, ລາວ ແລະ ຫວຽດນາມເປັນປະເທດບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອມາແຕ່ບູຮານນະການ, ເປັນມູນເຊື້ອນັບມື້ນັບຂະຫຍາຍຕົວກາຍເປັນສາຍພົວພັນແບບພິເສດນັບແຕ່ພັກກອມມູນິດອິນດູຈີນ. ຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍແມ່ນປະທານ ໂຮຈິມິນ ເປັນຜູ້ສ້າງຕັ້ງ ແລະ ນໍາພາການປະຕິວັດຫວຽດນາມ ແລະ ການປະຕິວັດລາວໃນໄລຍະຕໍ່ສູ້ປົດປ່ອຍຊາດ, ກອງທັບ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ໄດ້ຄຽງບ່າຄຽງໄລ່ກັນຕໍ່ສູ້ຍາດໄດ້ໄຊຊະນະອັນຜ່າເຜີຍເຊັ່ນ: ໄຊຊະນະອັນຍິ່ງໃຫຍ່ໃນລະດູບານໃໝ່ປີ 1975, ປົດປ່ອຍທັງໝົດພາກໃຕ້, ເຕົ້າໂຮມຄວາມເປັນເອກະພາບປະເທດຫວຽດນາມ, ພ້ອມດຽວກັນກໍ່ສ້າງເງື່ອນໄຂໃຫ້ການປະຕິວັດລາວໂຄ່ນລົ້ມລະບອບສັກດີນາ, ສ້າງຕັ້ງປະເທດຫວຽດນາມ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ໃນວັນທີ 2 ທັນວາ 1945 ແລະ ຍາດໄດ້ໄຊຊະນະ ແລະ ສ້າງຕັ້ງ ສປປ ລາວ ໃນວັນທີ 2 ທັນວາ 1975. ການໄດ້ມາແຫ່ງມິດຕະພາບ ແລະ ຜົນສຳເລັດແຫ່ງການປະຕິວັດອັນຍິ່ງໃຫຍ່ນີ້ພວກເຮົາຈົດຈຳບຸນຄຸນ ແລະ ຜົນງານອັນໃຫຍ່ຫລວງຂອງບັນພະບູລຸດຜູ້ເຮັດການປະຕິວັດຂອງສອງປະເທດ ພິເສດແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ບັນດາວິລະຊົນນັກຮົບປະຕິວັດ, ປະຊາຊົນສອງຊາດທີ່ໄດ້ເສຍສະຫລະຊີວິດຢ່າງພິລະອາດຫານເພື່ອໃຫ້ສອງຊາດຂອງພວກເຮົາຍາດໄດ້ເອກະລາດ ອິດສະຫລະພາບຄືດັ່ງທຸກມື້ນີ້.