ເກີດແຜ່ນດິນໄຫວຂະຫນາດ 2,3 ຣິກເຕີ ຢູ່ແຂວງໄຊຍະບູລີ
May 22, 2020 - 2:52 PM
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຮູ້ວ່າ: ໃນວັນທີ 22 ພຶດສະພາ 2020, ເວລາ 4:48 ໂມງ ໄດ້ເກີດແຜ່ນດິນໄຫວ, ຈາກຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈຳນວນ 1 ຄັ້ງ ໃນບໍລິເວນເຂດບ້ານສີໄຊທອງ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງໄຊຍະບູລີ ປະມານ 63 Km ສະພາບຂອງແຜ່ນດິນໄຫວທີ່ມີຂະຫນາດນ້ອຍລາຍລະອຽດດັ່ງລຸ່ມນີ້: ໃນເວລາ 4:48:28 ໂມງ (ຕາມເວລາທ້ອງຖິ່ນ) ຈຸດສູນກາງເສັ້ນຂະໜານທີ 19° 17′ 52″N ແລະ ເສັ້ນແວງທີ 101° 16′ 40″E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,3 ຣິກເຕີ, ມີຄວາມເລິກຈາກໜ້າດິນ 8 Km. ເບື້ອງຕົ້ນຍັງບໍ່ມີຜົນເສຍຫາຍ.