ການອ່ານອອກສຽງຊ່ວຍໃຫ້ຈື່ຈຳໄດ້ດີກ່ວາການອ່ານໃນໃຈ
ຫາກທ່ານພະຍາຍາມທີ່ຈະຈື່ຈຳຫຍັງຈັກຢ່າງ ທ່ານບໍ່ຄວນອ່ານມັນຊຳ້ແລ້ວຊຳ້ອີກ, ແຕ່ທ່ານຄວນຈະອ່ານອອກສຽງແທນ. ການສຶກສາວິໄຈຈາກ University of Waterlooປະເທດການາດາ ໄດ້ຖືກຕີພິມລົງໃນວາລະສານ Memoryພົບວ່າ : ການອ່ານອອກສຽງ ຊ່ວຍໃຫ້ການຈື່ຈຳມີປະສິດທິພາບຫລາຍກ່ວາການອ່ານໃນໃຈ ຫລື ການຟັງຈາກການອ່ານອອກສຽງຂອງຄົນອື່ນ.
ຈາກການສຶກສາວິໄຈໄດ້ທົດລອງກັບນັກຮຽນ 95 ຄົນ ໂດຍໃຫ້ພວກເຂົາຈື່ຄຳສັບໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ຈາກທັງໝົດ 160 ຄຳ. ໃນການທົດລອງມີຫລາກຫລາຍຮູບແບບ ໂດຍເທື່ອທຳອິດໃຫ້ນັກຮຽນອ່ານຄຳສັບໂດຍໃຊ້ໄມໂຄຣໂຟນ ຈາກນັ້ນພວກເຂົາຈະໄດ້ຍິນຄຳສັບຈາກການບັນທຶກສຽງຂອງຕົນເອງ ຫລື ພວກເຂົາຈະໄດ້ຍິນຄຳສັບຈາກການບັນທຶກສຽງຂອງຄົນອື່ນ ຫລື ການອ່ານຄຳສັບໃນໃຈງຽບໆ. ຫລັງຈາກນັ້ນນັກຮຽນຈະຖືກທົດສອບເພື່ອເບິ່ງວ່າຈື່ຈຳຄຳສັບໄດ້ຫລາຍໜ້ອຍປານໃດ.
ຜົນວິໄຈພົບວ່າ : ນັກຮຽນຈື່ຈຳຄຳສັບໄດ້ຫລາຍຂຶ້ນເມື່ອພວກເຂົາອ່ານອອກສຽງ ເມື່ອປຽບທຽບກັບວິທີອື່ນໆ ແມ່ນແຕ່ຜູ້ທີ່ຟັງຄຳສັບຈາກສຽງທີ່ຕົນເອງອ່ານ. ແນວໃດກໍຕາມ, ການຟັງສຽງຂອງຕົນເອງເບິ່ງຄືວ່າຈະຊ່ວຍໃຫ້ການຈື່ຈຳໄດ້ດີກ່ວາການໄດ້ຍິນຄຳສັບຈາກສຽງຂອງຄົນອື່ນ ບາງເທື່ອອາດເປັນຍ້ອນຄົນເຮົາຈະຈື່ຈຳສິ່ງຕ່າງໆໄດ້ດີຂຶ້ນເມື່ອສິ່ງນັ້ນກ່ຽວຂ້ອງກັບຕົນເອງ. ນັກວິໄຈຍັງບອກຕື່ມວ່າ : ອາດເປັນຍ້ອນເຮົາຈະຮູ້ສຶກແປກໆເມື່ອໄດ້ຍິນສຽງທີ່ຕົນເອງບັນທຶກໄວ້ຈົນກາຍເປັນຄວາມຊົງຈຳທີ່ສຳຄັນນັ້ນເອງ.