ທ່າແຕງ ແນະນໍາການປະເມີນວຽກ 3 ສ້າງ

ໃນວັນທີ 22 ພຶດສະພາຜ່ານມານີ້,ເມືອງທ່າແຕງ ແຂວງ ເຊກອງ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການປະເມີນວຽກງານສາມສ້າງຄື: ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ, ໂດຍການເປັນປະທານຂອງທ່ານ ແສງສຸບັນ ໄຊສະຫວັນ ຄະນະປະຈໍາພັກເມືອງ,ຮອງເຈົ້າເມືອງໆທ່າແຕງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ ໃນກອງປະຊຸມທ່ານຫົວໜ້າຫ້ອງການພາຍໃນເມືອງທ່າແຕງໄດ້ຂຶ້ນຜ່ານເອກະສານແນະນໍາແບບຟອມການປະເມີນຜົນວຽກງານ 3 ສ້າງ ເພື່ອກໍານົດຫຼັກການ, ວິທີການ, ມາດຕະການ ແຕ່ລະຂັ້ນຕອນຢ່າງລະອຽດ ເພື່ອເປັນມາດຖານການຄົ້ນຄວ້າ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດການປະເມີນຕົວຈິງໃຫ້ໄປໃນລວງດຽວກັນໃນຂອບເຂດທົ່ວປະເທດ ຕາມທີ່ໄດ້ກໍານົດໄວ້ໃນແບບຟອມ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ການຈັດຕັ້ງປະຕິບັດການປະເມີນວຽກງານ 3 ສ້າງໃນແຕ່ລະໄລຍະຕ້ອງໃຫ້ສອດຄ່ອງກັບມະຕິຄໍາສັ່ງຂອງພັກ, ລະບຽບ ແລະ ກົດໝາຍຂອງລັດ ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ່ ແລະ ຖືກກັບຕົວຈິງ. ໂດຍມີການປະສານສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນ, ມີຄວາມຊັດເຈນທາງດ້ານຂໍ້ມູນ, ມີການວິເຄາະທີ່ມີລັກສະນະວິທະຍາສາດ, ສາມາດຢັ້ງຢືນລະດັບຄາດໝາຍໃນແຕ່ລະດ້ານໄດ້ຢ່າງສົມເຫດສົມຜົນຕາມມາດຖານຂອງແຕ່ລະຂະແໜງການກໍານົດໄວ້ໃຫ້ມີເນື້ອໃນໜັກແໜ້ນ, ເລິກເຊິ່ງ ແລະ ສາມາດຜັນຂະຫຍາຍກວ້າງຂວາງອອກ, ເຊິ່ງການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂວງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃນແຕ່ລະດ້ານໃຫ້ບັນລຸຕົວຊີ້ບອກ 80 ສ່ວນຮ້ອຍຂຶ້ນໄປ ແລະ ທຽບໃສ່ຕົວເລກຊີ້ບອກແຕ່ລະດ້ານໃຫ້ບັນລຸ ຮ້ອຍສ່ວນຮ້ອຍ.