ວິທີລ້ຽງເປັດໄຂ່
ທົ່ວໄປແລ້ວປະຊາຊົນສ່ວນຫລາຍຈະນິຍົມລ້ຽງພັນປະສົມລະຫວ່າງພັນພື້ນເມືອງກັບພັນກາກີແດມເບວ ເພາະລ້ຽງງາຍທົນຕໍ່ສະພາບອາກາດ ແລະ ໃຫ້ໄຂ່ໄດ້ຫລາຍປະມານ 250-260 ໜ່ວຍຕໍ່ປີ.
ເຕັກນິກການລ້ຽງເປັດເອົາໄຂ່:
ກ່ອນອື່ນໝົດກໍກຽມຄອກສຳລັບເປັດ ແລະ ຄວນເຮັດອະນາໄມປັບພື້ນຄອກ ແລະ ໂຮຍປູນຂ່າວພ້ອມພົ່ນຢາຂ້າເຊື້ອໂຣກໄວ້ປະມານ 1 ອາທິດ, ຕ້ອງເປັນຄອກທີ່ກັນແດດກັນຝົນ ມີອາກາດຖ່າຍເທສະດວກ ສ່ວນພື້ນທີ່ເປັນດິນແຂ່ງປົນຊາຍ ຕ້ອງແຫ້ງຢູ່ສະເໝີ ມີເດີນກວ້າງ ເພື່ອໃຫ້ເປັດໄດ້ອອກຫລິ້ນ ແລະ ຈັດສະຖານທີ່ໃຫ້ອາຫານ ແລະ ນ້ຳ ຫລື ຖ້າມີສະຖານທີ່ແຄມນ້ຳ ຄວນເຮັດຕາຂ່າຍອ້ອມຮອບກັ້ນເປັນເຂດເພື່ອໃຫ້ເປັດໄດ້ອອກຫາອາຫານຕາມທຳມະຊາດ.
ວິທີໃຫ້ອາຫານ:
ຄວນໃຊ້ຫົວອາຫານປະສົມກັບເຂົ້າປຽນ ແລະ ຮຳເພາະມີໂປຣຕີນສູງເໝາະສຳລັບການຈະເລີບເຕີບໃຫຍ່ຂອງເປັດໄຂ່ໃຫ້ອາຫານມື້ລະ 3 ເທື່ອຄື: ເຊົ້າ, ສວຍ, ແລງ ເຊິ່ງຈະຕົກຢູ່ປະມານ 150 g ຕໍ່ໂຕຕໍ່ມື້ ແລະ ນ້ຳຕ້ອງປ່ຽນທຸກຄັ້ງ ເພື່ອໃຫ້ເປັດໄດ້ກິນຕະຫລອດເວລາ.
ການຮັກສາ:
ຄວນສັກຢາວັກຊິນປ້ອງກັນໂຣກອາຫິວາ DUCK Plague ແລະ ຫມັ່ນເບິ່ງສຸຂະພາບຂອງເປີດຢ່າງສະໝຳສະເໝີເມື່ອເປັດໄດ້ຮັບການລ້ຽງດີຢ່າງສົມບູນປະມານ 21 ມື້ ເປັດກໍຈະອອກໄຂ່ແຕ່ຕອນເຊົ້າຂອງທຸກໆມື້ ແລະ ຈະສາມາດເກັບໄຂ່ຂາຍໄດ້ເປັນໄລຍະເວລາຍາວ, ພ້ອມຈະໃຫ້ກຳໄລດີ, ເພາະເປັດສາມາດໄຂ່ໄດ້ດົນເຖິງ 2 ປີ ຫລັງຈາກບໍ່ສາມາດໃຫ້ໄຂ່ແລ້ວ ກໍຍັງສາມາດຂາຍເປັດເປັນໂຕໄດ້.