ເດັກນ້ອຍອາຍຸ 6 ປີທີ່ພິການແຂນໄດ້ຊະນະການແຂ່ງຂັນລອຍນ້ຳ


ເຮົາໝັ້ນໃຈວ່າເລື່ອງການຕໍ່ສູ້ໃນຊີວິດຂອງເດັກນ້ອຍອາຍຸ 6 ປີ ເປັນຄົນປະເທດບອສເນີຍ. ລາວເປັນຕົວແບບເຮັດໃຫ້ຫລາຍຄົນຮູ້ສຶກມີກຳລັງໃຈໃນການໃຊ້ຊີວິດຫລາຍຂຶ້ນ. ພາຍຫລັງລາວ ສາມາດຊະນະເລີດການແຂ່ງຂັນລອຍນ້ຳ.
ກ່ອນໜ້ານີ້ພໍ່ແມ່ຂອງ Ismail ໄດ້ທຸມເທຫລາຍສິ່ງຫລາຍຢ່າງ ໃຫ້ແກ່ລູກຊາຍພຽງຄົນດຽວ ພວກເຂົາ ໄດ້ຄົ້ນພົບກິລາລອຍນ້ຳ ເປັນສິ່ງທີ່ລູກຊາຍພິການຂອງ ຕົນຮູ້ສຶກມີຄວາມສຸກ ຫລາຍທີ່ສຸດເຊິ່ງມັນບໍ່ແມ່ນເລື່ອງຂອງການ ເອົາຊະນະ ຫລື ຄວາມສຳເລັດ ແຕ່ເປົ້າໝາຍຂອງເຮົາກໍເພື່ອດຶງດູດຄວາມກ້າໃນຫົວໃຈຂອງ ເດັກພິການທຸກຄົນເພື່ີອຈະລຸກ ຂຶ້ນມາເຮັດໃນ ສິ່ງທີ່ພວກເຂົາມັກ.


+ ຫລາຍແຫ່ງສະຫລອງວັນເດັກນ້ອຍສາກົນ ແລະ ປູກໄມ້
+ ການແຂ່ງຂັນບານເຕະຊາຍຊີງແຊ໊ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ 2017
ທັງໝົດນີ້ເປັນໂຄງການ Amel Kapo ເພື່ອເຝິກສອນ ໃຫ້ເດັກທີ່ເກີດມາພ້ອມຄວາມ ຜິດປົກກະຕິໄດ້ມີຄວາມກ້າຫານທີ່ຈະຕັດສິນໃຈ ແລະ ໃຊ້ຊີວິດໃນສັງຄົມຕໍ່ໄປ ແລະ ເມື່ອເດັກ ນ້ອຍເຫັນວ່າຕົນເອງສາມາດເຮັດໃນສິ່ງທີ່ເດັກປົກກະຕິເຮັດມັນເປັນມີສິ່ງທີ່ຍິ່ງໃຫຍ່ ແລະ ມັນຈະເຮັດໃຫ້ເຮົາມີຄວາມກ້າຫລາຍຂຶ້ນ.
ຈາກສະຖິຕິຄາດໄວ້ 6,5% ຂອງເດັກນ້ອຍໃນປະເທດ ບອສ ເນີຍ ຈະເກີດມາພ້ອມກັບ ຄວາມ ຜິດປົກກະຕິຂອງຮ່າງກາຍ ແລະ ໜຶ່ງໃນບັນຫາເດັກນ້ອຍພິການ ເລົ່ານັ້ນກໍຄືການ ປັບຕົວເຂົ້າ ກັບສັງຄົມ ແລະ ການໃຊ້ຊີວິດຢູ່ຮ່ວມກັບສັງຄົມຢ່າງໜ້າອາຍ.


Ismail zulfic ຊະນະ ເລີດໃນການແຂ່ງຂັນມາໃໝ່ໆ ຄວນຍົກຍ້ອງ Ismail ເປັນໜຶ່ງໃນນັກສູ້ຂອງແທ້ຄວນຮຽນຮູ້ ຫລາຍໆຢ່າງແບບ Ismail ເຖິງແມ່ນວ່າຈະເກີດມາບໍ່ມີແຂນ ແຕ່ດ້ວຍຫົວໃຈທີ່ສູ້ຢ່າງສຸດຄວາມສາມາດສຸດທ້າຍ ກໍສາມາດເຮັດໃຫ້ Ismail ຊະນະຄວາມຢ້ານຂອງຕົນໄດ້.