ທົ່ວປະເທດມີແຜນປູກໄມ້ຫລາຍກວ່າ 590 ເຮັກຕາ ໃນວັນປູກຕົ້ນໄມ້ແຫ່ງຊາດ


ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໃຫ້ຮູ້ວ່າ: ປີນີ້ທົ່ວປະເທດຈະປູກໄມ້ສະເພາະວັນປູກໄມ້ແຫ່ງຊາດໃຫ້ໄດ້ 597 ເຮັກຕາ ໂດຍສະເພາະຂະແໜງການຕົນຈະເລັ່ງໃສ່ປູກໄມ້ອຸດສາຫະກຳເຊັ່ນ: ໄມ້ດູ່, ແຕ້ຂ່າ, ໄມ້ແຄນ, ສົ້ມຝາດ, ຂະຍຸງ, ສະຝາງ, ກາກະເລົາ ແລະ ໄມ້ອື່ນໆອີກ ລວມ 5 ແສນກວ່າເບ້ຍ ຊຶ່ງພິທີທາງການຈະໄດ້ຈັດຂຶ້ນທີ່ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນເນື້ອທີ່ປະມານ 3 ເຮັກຕາ ໂດຍກະຊວງກະສິກໍາ-ປ່າໄມ້ ຈະສົມທົບກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງນະຄອນຫລວງວຽງຈັນ ຈັດ ຂຶ້ນໃນວັນທີ 1 ມິຖຸນານີ້ ແລະ ໃນປີນີ້ ມີແຜນປູກໄມ້ໃຫ້ໄດ້ທັງໝົດ 94 ເຮັກຕາ ຢູ່ເຂດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ເພື່ອແນໃສ່ຟື້ນຟູເນື້ອທີ່ປ່າສະຫງວນດັ່ງກ່າວໃຫ້ມີຄວາມອຸດົມສົມບູນໄປດ້ວຍໄມ້ພື້ນເມືອງນາໆຊະນິດ ແລະ ສ້າງໃຫ້ສວນແຫ່ງນີ້ ກາຍເປັນສະຖານທີ່ສຶກສາ ດ້ານປ່າໄມ້, ເປັນແຫລ່ງຜະລິດເບັ້ຍໄມ້, ເປັນເຂດສຶກສາລະບົບນິເວດວິທະຍາ, ແລະ ເປັນແຫລ່ງທ່ອງທ່ຽວທໍາມະຊາດ, ເປັນບ່ອນຜັກຜ່ອນຂອງຊາວນະຄອນຫລວງວຽງຈັນໃນອານາຄົດ.
ທ່ານຫົວໜ້າກົມດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ໃນປີ 2020 ນີ້, ຂະແໜງກະສິກໍາ-ປ່າໄມ້ ມີແຜນກ້າເບ້ຍໄມ້ໃຫ້ໄດ້ 11 ລ້ານກວ່າເບ້ຍ ແລະ ປູກໄມ້ໃຫ້ບັນລຸຫລາຍກວ່າ 10.000 ເຮັກຕາ. ໃນນີ້, ເນື້ອທີ່ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມໃຫ້ໄດ້ 2.730 ກວ່າເຮັກຕາ, ຊຶ່ງກວມເອົາເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປູກປ່າທົດແທນເຂດໂຄງການພັດທະນາພື້ນຖານໂຄງລ່າງຕ່າງໆ, ເຊິ່ງມາຮອດປັດຈຸບັນ ໄດ້ດໍາເນີນການສໍາຫລວດເນື້ອທີ່ປ່າຊຸດໂຊມໃນເຂດປ່າຜະລິດ ໃນເນື້ອທີ່ທັງໝົດ 29.820 ເຮັກຕາ ແລະ ໄດ້ອອກອານຸຍາດໃຫ້ 4 ບໍລິສັດດໍາເນີນບຸກເບີກເພື່ອກະກຽມປູກໄມ້ຫລາຍກ່ວາ 9.000 ເຮັກຕາ. ສ່ວນວຽກງານ ການຟື້ນຟູປ່າໄມ້ທໍາມະຊາດໃນຈໍານວນ 4 ແສນເຮັກຕານັ້ນ ແມ່ນກວມເອົາປ່າປ້ອງກັນຫລາຍກວ່າ 105 ພັນເຮັກຕາ, ປ່າສະຫງວນແສນກວ່າເຮັກຕາ, ປ່າຜະລິດ 93 ພັນກວ່າເຮັກຕາ ແລະ ປະເພດປ່າອື່ນໆຈໍານວນແສນ ກວ່າເຮັກຕາ.