7 ວິທີປ້ອງກັນໄຂ້ຫວັດ, ເສີມສ້າງພູມຕ້ານທານໃຫ້ຮ່າງກາຍໂດຍບໍ່ຕ້ອງເພິ່ງຢາ
May 26, 2020 - 4:33 PM
ເຖິງວ່າໃນປັດຈຸບັນຈະຍັງບໍ່ມີວັກແຊັງປ້ອງກັນຫວັດ ຫລື ໄຂ້ຫວັດ (Common cold), ແຕ່ເຮົາສາມາດປ້ອງກັນພະຍາດນີ້ໄດ້ ເຊິ່ງໃນໄລຍະທີ່ອາກາດປ່ຽນແປງອາດສົ່ງຜົນໃຫ້ເຮົາເກີດອາການເຈັບປ່ວຍໄດ້ງ່າຍ ແລະ ນີ້ແມ່ນ 7 ວິທີປ້ອງກັນໄຂ້ຫວັດ.
- ໝັ່ນລ້າງມືໃຫ້ສະອາດຢູ່ສະເໝີ : ລ້າງມືດ້ວຍສະບູ ແລະ ນຳ້ສະອາດ ຫລື ໃຊ້ເຈວອານກໍຮໍ ຫລື ເຈວເຮັດຄວາມສະອາດມືທຸກເທື່ອ ເພາະອາດຮັບເຊື້ອພະຍາດຈາກສະຖານທີ່ສາທາລະນະ ເຊັ່ນ : ຮາວຂັ້ນໄດ, ເບາະໂດຍສານ. ດັ່ງນັ້ນ ຈຶ່ງຄວນລ້າງມືໃຫ້ສະອາດກ່ອນກິນອາຫານສະເໝີ.
- ດື່ມນຳ້ໃຫ້ພຽງພໍ : ການດື່ມນຳ້ເປັນສິ່ງທີ່ສຳຄັນຫລາຍ ຫາກດື່ມນຳ້ໜ້ອຍເກີນໄປກໍຈະເຮັດໃຫ້ເກີດພະຍາດຕ່າງໆຕາມມາ ດັ່ງນັ້ນ ຈຶ່ງຄວນດື່ມນຳ້ບໍລິສຸດຢ່າງໜ້ອຍມື້ລະ 8 ຈອກ.
- ຮັກສາຮ່າງກາຍໃຫ້ອົບອຸ່ນ : ໄລຍະທີ່ມີອາກາດປ່ຽນແປງ ແລະ ໄລຍະຍາມຝົນ ຈະເຮັດໃຫ້ອາການເຢັນຂຶ້ນ ຈຶ່ງປ່ວຍໄດ້ງ່າຍ ດັ່ງນັ້ນ ຄວນນຸ່ງເຄື່ອງໃຫ້ອົບອຸ່ນເພື່ອເປັນການເສີມສ້າງພູມຕ້ານທານຂອງຮ່າງກາຍ.
- ກິນອາຫານທີ່ມີປະໂຫຍດ : ກິນອາຫານທີ່ມີປະໂຫຍດໃຫ້ຄົບ 5 ໝວດ ເຊັ່ນ : ນົມ, ໄຂ່, ຜັກ, ໝາກໄມ້, ຊີ້ນສັດ, ແປ້ງ ໃນແຕ່ລະຄາບຄວນໄດ້ຮັບສານອາຫານທີ່ຫລາກຫລາຍ ແລະ ຄົບທັງ 5 ໝວດ ເພາະຈະຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ, ບໍ່ເຈັບປ່ວຍງ່າຍ ທັງຍັງຊ່ວຍປ້ອງກັນພະຍາດຕ່າງໆໄດ້ນຳ.
- ນອນຫລັບພັກຜ່ອນໃຫ້ພຽງພໍ : ຄວນນອນຫລັບໃຫ້ແຈບດີມື້ລະ 7- 8 ຊົ່ວໂມງ ຫາກນອນຫລັບບໍ່ພຽງພໍ ຫລື ນອນເດິກຈະສົ່ງຜົນໃຫ້ຮ່າງກາຍອ່ອນເພຍ ແລະ ປ່ວຍໄດ້ງ່າຍ.
- ອອກກຳລັງກາຍສະໝໍ່າສະເໝີ : ຄວນອອກກຳລັງກາຍຢ່າງໜ້ອຍມື້ລະ 30 ນາທີ ເພື່ອເພີ່ມຄວາມແຂງແຮງໃຫ້ແກ່ຮ່າງກາຍ ບໍ່ວ່າຈະເຕັ້ນແອໂຣບິກ, ລອຍນຳ້, ຂີ່ລົດຖີບ, ຝຶກໂຢຄະ ຫລື ແລ່ນ.
- ບໍ່ໃຊ້ສິ່ງຂອງຮ່ວມກັນ : ບໍ່ຄວນໃຊ້ສິ່ງຂອງຮ່ວມກັນກັບຜູ້ອື່ນ ເຊັ່ນ : ຈອກນຳ້, ຫລອດດູດ, ບ່ວງຕັກອາຫານ, ຄວນໝັ່ນໃຊ້ບ່ວງກາງ ແລະ ບໍ່ໃຊ້ຜ້າເຊັດມື, ຜ້າເຊັດໜ້າ ຫລື ຜ້າເຊັດໂຕຮ່ວມກັບຄົນອື່ນ.