ເຢຍລະມັນໃຫ້ງົບ 9 ພັນລ້ານເອີໂຣເພື່ອຊ່ວຍສາຍການບິນ “ລຸບຮັນຊາ”
ລັດຖະບານເຢຍລະມັນ ແລະ ສາຍການບິນ ລຸບຮັນຊາ ເຊິ່ງເປັນສາຍການບິນແຫ່ງຊາດຂອງເຢຍລະມັນສາມາດບັນລຸຂໍ້ຕົກລົງ ຈະໃຫ້ການຊ່ວຍເຫລືອເພີ່ມຄວາມເຂັ້ມແຂງດ້ານການເງິນຂອງທາງສາຍການບິນດັ່ງກ່າວຫລັງຈາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ມີການຈຳກັດການເດີນທາງລະຫວ່າງປະເທດ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດນີ້.
ດັ່ງນັ້ນ ລັດຖະບານເຢຍລະມັນຈະອັດສີດເງິນຈຳນວນ 9 ພັນລ້ານເອີໂຣ ປະມານ9,8 ພັນລ້ານໂດລາສະຫະລັດໃຫ້ແກ່ສາຍການບິນລຸບຮັນຊາ ຊຶ່ງເປັນບໍລິສັດທີ່ເຂັ້ມແຂງ ແລະ ມີແນວໂນ້ມການດຳເນີນງານທີ່ດີກ່ອນທີ່ຈະພົບກັບການແຜ່ລະບາດຂອງໄວຣັສໂຄວິດ-19.
ລຸບຮັນຊາ ໃຫ້ຮູ້ວ່າ: ການຊ່ວຍເຫລືອຈາກລັດຖະບານຄັ້ງນີ້ ໄດ້ລວມໄປເຖິງງົດຈ່າຍເງິນປັນຜົນ ແລະ ຫລຸດຄ່າຕອບແທນສຳລັບຝ່າຍບໍລິຫານ.
ນອກຈາກນີ້ ລັດຖະບານຈະສົ່ງເຈົ້າໜ້າທີ 2 ຄົນເຂົ້າຮ່ວມຄະນະກຳມະການເບິ່ງແຍງບໍລິສັດ ແລະ ຂະນະດຽວກັນ ລັດຖະບານຈະເຂົ້າຖືຮຸ້ນ 20% ໃນ ລຸບຮັນຊາໂດຍລັດຖະບານຈະຊື້ຫຸ້ນໃໝ່ໃນລາຄາ 2,56 ເອີໂຣ/ຮຸ້ນ ລວມເປັນເງິນ 300 ລ້ານເອີໂຣ.