ຍ້ອນໂຄວິດ ‘ຊຳຊຸງ’ ຍອດຂາຍຫລຸດ 18% ແຕ່ຍັງຢູ່ອັນດັບ 1 ສະມາດໂຟນທົ່ວໂລກ
“ຊຳຊຸງ” ພົບພິດໂຄວິດ-19 ຍອດຂາຍຫລຸດລົງ 18% ແຕ່ຍັງຢູ່ “ອັນດັບ 1 ສະມາດໂຟນທົ່ວໂລກ”.
ສຳນັກວິໄຈເຄົາເຕີພອຍ ເປີດເຜີຍວ່າ: ບໍລິສັດຊຳຊຸງ ເອເລັກໂຕຣນິກ ມີຍອດຂາຍສະມາດໂຟນໃນໄຕມາດທຳອິດຂອງປີ 2020 ຫລຸດລົງ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19). ເຖິງຢ່າງໃດກໍດີ, ຍັງຄອງອັນດັບ 1 ຜູ້ຈຳໜ່າຍສະມາດໂຟນທົ່ວໂລກ.
ລາຍງານລະບຸວ່າ: ຊຳຊຸງ ມີຍອດຈຳໜ່າຍສະມາດໂຟນ 59 ລ້ານໜ່ວຍ ໃນໄລຍະເດືອນມັງກອນຫາເດືອນມີນາຜ່ານມາ ເຊິ່ງຫລຸດລົງຈາກລະດັບຂອງປີກ່ອນໜ້ານີ້ 72 ລ້ານໜ່ວຍ.
ຊຳຊຸງ ຄອງສ່ວນແບ່ງການຕະຫລາດສະມາດໂຟນທົ່ວໂລກໃນໄຕມາດທຳອິດ 20% ເຊິ່ງຫລຸດລົງ 1% ເມື່ອທຽບໃສ່ປີກ່ອນໜ້າ, ຮອງລົງມາແມ່ນບໍລິສັດຫົວເຫວີຍ ເຕັກໂນໂລຊີ 17% ແລະ ບໍລິສັດແອັບເປິ້ລ 14%.
ສ່ວນ ແອລຈີ ເອເລັກໂຕຣນິກ ບໍລິສັດເຕັກໂນໂລຊີຍັກໃຫຍ່ອັນດັບ 2 ຂອງ ສ.ເກົາຫລີ ຄອງສ່ວນແບ່ງການຕະຫລາດ 2% ໃນໄຕມາດທຳອິດ ໂດຍມີຍອດຂາຍຫລຸດລົງຫລາຍກວ່າ 27% ຈາກໄລຍະດຽວກັນຂອງປີຜ່ານມາ ມີຢູ່ 5 ລ້ານໜ່ວຍ.
ເຖິງຢ່າງໃດກໍຕາມ, ຜົນກະທົບຂອງໂຄວິດ-19 ເຮັດໃຫ້ຍອດຈຳໜ່າຍສະມາດໂຟນທົ່ວໂລກມີພຽງ 295 ລ້ານໜ່ວຍໃນໄຕມາດທຳອິດ ຫລຸດລົງ 13% ຈາກໄລຍະດຽວກັນຂອງປີກ່ອນ ແລະ ຖືເປັນຄັ້ງທຳອິດໃນຮອບ 6 ປີທີ່ຕົວເລກຫລຸດລົງຕໍ່າກວ່າ 300 ລ້ານໜ່ວຍ.