ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ອອກແຈ້ງການໃນວັນທີ 27 ພຶດສະພານີ້, ເພື່ອໃຫ້ສະມາຄົມນໍ້າມັນ-ອາຍແກັສ ແລະ ບໍລິສັດນໍ້າມັນໃນທົ່ວປະເທດປັບລາຄານໍ້າມັນເຊື້ອໄຟ ແອັດຊັງພິເສດ ປັບຂຶ້ນ 980 ກີບ/ລິດ ແອັດຊັງທໍາມະດາ ປັບຂຶ້ນ 750 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 380 ກີບ/ລິດ ໂດຍໃຫ້ປະຕິບັດແຕ່ 6:00 ໂມງຂອງວັນທີ 28 ພຶດສະພາເປັນຕົ້ນໄປ.

