ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ສືບຕໍ່ຍົກສູງຄຸນນະພາບການຜະລິດສະຖິຕິທາງການ
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃຫ້ສູນສະຖິຕິແຫ່ງຊາດ ສືບຕໍ່ຍົກສູງຄຸນນະພາບການຜະລິດສະຖິຕິທາງການ ແລະ ບັນດາຕົວຊີ້ບອກສຳຄັນທາງດ້ານເສດຖະກິດ-ສັງຄົມ ສະໜອງໃຫ້ແກ່ລັດຖະບານໃນແຕ່ລະໄລຍະຢ່າງຄົບຖ້ວນ, ຊັດເຈນ ແລະ ທັນເວລາ ເພື່ອສະໜອງຂໍ້ມູນສະຖິຕິທາງການໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິບັດຍຸດທະສາດພັດທະນາສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030.
ທ່ານຮອງນາຍົກ ກ່າວໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານສູນສະຖິຕິແຫ່ງຊາດ ໃນວັນທີ 26 ພຶດສະພາ 2020 ໂດຍກ່າວວ່າ: ການນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເປັນການປະກອບສ່ວນສ້າງສາພັດທະນາປະເທດຊາດອັນແສນຮັກຂອງພວກເຮົາ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນສູນສະຖິຕິແຫ່ງຊາດ ແລະ ທ້ອງຖິ່ນໃຫ້ກະທັດຮັດ, ເຂັ້ມແຂງ ແລະ ມີຄວາມຮູ້ຄວາມສາມາດສູງເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າວຽກງານໃນໄລຍະໃໝ່.
ຂະນະດຽວກັນ, ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກ່າວວ່າ: ພວກເຮົາຈະສືບຕໍ່ສູ້ຊົນໃຫ້ສູນສະຖິຕິແຫ່ງຊາດ ຜະລິດຂໍ້ມູນສະຖິຕິທາງການໃຫ້ຄົບຖ້ວນ, ທັນສະໄໝ ແລະ ທົ່ວເຖິງ, ປັບປຸງວຽກງານການຈັດຕັ້ງ-ພະນັກງານເປັນລະບົບຢ່າງຕໍ່ເນື່ອງ, ລວມທັງຊຸກຍູ້ ແລະ ຕິດຕາມການຈັດ ຕັ້ງລະບົບສະຖິຕິ ສາຍຂວາງແຕ່ສູນກາງລົງຮອດທ້ອງຖິ່ນ. ພ້ອມດຽວກັນ ກໍຈະສືບຕໍ່ບຸກທະລຸຂໍ້ແຂ່ງຂັນຂອງບັນດາໜ່ວຍພັກ ໃນການສ້າງບຸກຄະລາກອນໃຫ້ມີຄຸນສົມບັດ, ສິນທຳປະຕິວັດ ແລະ ມີຄວາມຊຳ ນານ ກ້າຕັດສິນໃຈສູງດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຄຸ້ມຄອງບໍລິຫານວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມໂປ່ງໃສ, ພ້ອມທັງປະສານງານຮ່ວມມືພາຍໃນ, ພາຍນອກ ແລະ ກັບຕ່າງປະເທດໃຫ້ໄດ້ດີລື່ນເກົ່າ.