ໄທຈະພິຈາລະນາຂໍ້ຕົກລົງເຂົ້າຮ່ວມ ສົນທິສັນຍາຮ່ວມມືຮອບດ້ານແລະ ຄວາມກ້າວໜ້າ ອາຊີປາຊີຟິກ(CPTPP)
ສົນທິສັນຍາ CPTPP, 11 ປະເທດສະມາຊິກ. ພາບຈາກ: AP.
ໄທໄດ້ຈັດຕັ້ງກົນໄກພິຈາລະນາຄວາມອາດສາມາດເຂົ້າຮ່ວມ ສົນທິສັນຍາຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ ອາຊີປາຊີຟິກ. ການຕັດສິນໃຈສຸດທ້າຍອາດຈະແມ່ນວັນທີ 30 ພຶດສະພານີ້.
ສຳນັກຂ່າວReutersໃຫ້ຮູ້ວ່າ ລັດຖະບານໄທ ໃນວັນທີ 26 ພຶດສະພານີ້, ໄດ້ເຫັນດີໃຫ້ຕັ້ງຄະນະກຳມະການຄົ້ນຄ້ວາພິຈາລະນາຄວາມອາດສາມາດເຂົ້າຮ່ວມສົນທິສັນຍາການຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ ອາຊີປາຊີຟິກ(CPTPP), ພາຍຫຼັງມີຫຼາຍຄຳຄິດເຫັນຄັດຄ້ານ ທີ່ເວົ້າວ່າ ການເຂົ້າຮ່ວມ CPTPP ຈະສ້າງຜົນກະທົບຕໍ່ພາກກະສິກຳຂອງປະເທດ.
ສະພາຜູ້ແທນປະຊາຊົນຂອງໄທ ຈະທາບທາມຢັ່ງຫາງສຽງໃນການຈະເຂົ້າຮ່ວມ CPTPP ຫຼື ບໍ່(ໂຄສົກລັດຖະບານ RachadaDhnadirek ປະກາດຕໍ່ສື່ມວນຊົນ).
ທ່ານ ນາງ Rachadaກ່າວວ່າ: “ຜົນສະຫຼູບຂອງຄະນະກຳມະການຈະເປັນປະໂຫຍດໃຫ້ແກ່ລັດຖະບານໃນການຕັດສິນໃຈວ່າຈະເຂົ້າຮ່ວມ CPTPP ຫຼື ບໍ່ ແລະ ລັດຖະບານຢາກໃຫ້ຮູ້ຜົນໂດຍໄວໃນວັນທີ 30 ພືດສະພານີ້”.
ລັດຖະມົນຕີກະຊວງການຄ້າຂອງໄທ ກ່ອນໜ້ານີ້ກໍໄດ້ຄົ້ນຄ້ວາບັນຫາດັ່ງກ່າວແລ້ວ ເຫັນວ່າການເຂົ້າຮ່ວມ CPTPP ຈະຊ່ວຍຊຸກຍູ້ ການເພີ່ມຂຶ້ນທາງດ້ານເສດຖະກິດແຫ່ງຊາດ, ສ້າງເງື່ອນໄຂຫຼຸດຜ່ອນການກະທົບຈາກໂຄວິດ-19.
ອົງການ CPTPP ໄດ້ຮັບການລົງນາມໃນວັນທີ 8 ມີນາ 2018 ຊຶ່ງລວມມີ 11 ປະເທດສະມາຊິກ, ໃນນັ້ນລວມມີ ຫວຽດນາມ, ອົສຕາລີ, ບຣູໄນ, ການາດາ, ຊີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊິກໂກ, ນິບຊີແລນ, ເປຣູ ແລະ ສິງກະໂປ. ກ່ອນໜ້ານັ້ນ, ສະຫະລັດອາເມລິກາໄດ້ຖອນຕົວອອກຈາກສົນທະສັນຍາ TPP ໃນປີ 2017ຊຶ່ງແມ່ນຕົ້ນກຳເນີດຂອງ CPTPP ພາຍຫຼັງປະທານາທິບໍດີ ໂດນັລທຣຳ ຂຶ້ນກຳອຳນາດ.
ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ Zingnews.vn)