ທົ່ວປະເທດມີເນື້ອທີ່ປ່າເສຍຫາຍ ຍ້ອນໄຟໄໝ້ລາມປ່າຫລາຍກວ່າ 1 ແສນເຮັກຕາ
ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າຫລາຍກວ່າ 1 ແສນເຮັກຕາ ໃນໄລຍະລະດູແລ້ງປີນີ້ ເຊິ່ງທັງໝົດເກີດຂຶ້ນຢູ່ບັນດາແຂວງພາກເໜືອຂອງລາວຄື: ຫລວງນໍ້າທາ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງ ຫລວງພະບາງ.
ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ສາເຫດໄຟໄໝ້ລາມປ່າທີ່ເກີດຂຶ້ນ ຍ້ອນສະພາບດິນຟ້າອາກາດມີການປ່ຽນແປງ, ປະຊາຊົນຈໍານວນໜຶ່ງຍັງລະເມີດລະບຽບກົດໝາຍທີ່ຂັ້ນເທິງວາງອອກ ຄືການຈູດປ່າເພື່ອການຜະລິດກະສິກໍາ ແລະ ລ້ຽງສັດ ລວມເຖິງການຈູດປ່າເພື່ອລ່າສັດ ໂດຍຂາດການປ້ອງກັນທີ່ດີ. ນອກຈາກນີ້ ການໂຄສະນາປູກຈິດສໍານຶກໃຫ້ປະຊາຊົນຮັບຮູ້ກ່ຽວກັບຜົນຮ້າຍຂອງໄຟໄໝ້ລາມປ່າຂອງເຈົ້າໜ້າທີ່ກ່ຽວຂ້ອງຍັງບໍ່ທັນທົ່ວເຖິງ. ສ່ວນແຜນການຟື້ນຟູປ່າໄມ້ທີ່ຖືກທໍາລາຍຍ້ອນໄຟໄໝ້ລາມປ່າທັງໝົດ ກົມປ່າໄມ້ຈະລົງປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ບັນດາແຂວງທີ່ກ່ຽວຂ້ອງ ເພື່ອກໍານົດເຂດທີ່ຖືກໄຟໄໝ້ເປັນເຂດຟື້ນຟູແບບທໍາມະຊາດ, ພ້ອມທັງຕິດປ້າຍຊີ້ບອກ ແລະ ສ້າງລະບຽບການຄຸ້ມຄອງຮ່ວມກັບປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງ ເພື່ອເປັນການສະກັດກັ້ນການບຸກລຸກການຈັບຈອງເນື້ອທີ່ປ່າໄມ້ ແລະ ເຮັດໃຫ້ປ່າໄມ້ສາມາດຟື້ນຟູດ້ວຍຕົວເອງແບບທໍາມະຊາດ.