ສ.ເກົາຫລີ ໃຊ້ມາດຕະການເຂັ້ມງວດອີກຄັ້ງ ຫລັງຜູ້ຕິດເຊື້ອເພີ່ມຂຶ້ນ 79 ຄົນ ສູງສຸດໃນຮອບເກືອບ 2 ເດືອນ
ເດິ ກາດຽນ ລາຍງານວ່າ: ທາງການ ສ.ເກົາຫລີ ນຳເອົາມາດຕະການປິດເມືອງທີ່ເຂັ້ມງວດກັບມາໃຊ້ຢູ່ນະຄອນຫລວງເຊອຸນອີກຄັ້ງ ຫລັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຫລາຍທີ່ສຸດໃນຮອບເກືອບສອງເດືອນ ໃນວັນທີ 29 ພຶດສະພາ.
ລັດຖະມົນຕີສາທາລະນະສຸກ ສ.ເກົາຫລີ ກ່າວວ່າ: ພິພິທະພັນ, ສວນສາທາລະນະ ແລະ ບ່ອນສະແດງຮູບພາບສິລະປະ ຈະໂຈະໃຫ້ບໍລິການນັບແຕ່ວັນທີ 30 ພຶດສະພາ ຈົນເຖິງວັນທີ 14 ມິຖຸນາ, ສ່ວນບໍລິສັດຕ່າງໆ ອາດຈຳເປັນຕ້ອງປັບຊົ່ວໂມງການເຮັດວຽກຫລາຍຂຶ້ນ ແລະ ອະນຸຍາດໃຫ້ພະນັກງານທີ່ບໍ່ສະບາຍມີເວລາພັກຜ່ອນຫລາຍຂຶ້ນ.
ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນ ຫລັງຈາກ ສ.ເກົາຫລີ ແຈ້ງວ່າ: ພົບຜູ້ຕິດເຊື້ອໃໝ່ 79 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດເພີ່ມເປັນ 11.344 ຄົນ, ຜູ້ປ່ວຍໃໝ່ກວ່າ 67 ຄົນ ຢູ່ເຂດນະຄອນຫລວງເຊອຸນທີ່ມີປະຊາກອນເຄິ່ງໜຶ່ງຂອງປະຊາກອນທົ່ວປະເທດຫລາຍກວ່າ 51 ລ້ານຄົນ ເປັນການເພີ່ມຂຶ້ນຫລາຍທີ່ສຸດນັບແຕ່ວັນທີ 5 ເມສາ ທີ່ພົບ 81 ຄົນ.
ສູນຄວບຄຸມ ແລະ ປ້ອງກັນພະຍາດເກົາຫລີ ຫລື KCDC ກ່າວເຖິງການລະບາດ ຢູ່ສາງສິນຄ້າບໍລິສັດຄອມເມີດ ໃນເມືອງບູຊອນ ທາງຕາເວັນຕົກຂອງນະຄອນຫລວງເຊອຸນວ່າ: ພົບຜູ້ຕິດເຊື້ອແລ້ວ 69 ຄົນ. ຮອງລັດຖະມົນຕີສາທາລະນະສຸກ ເປີດເຜີຍວ່າ: ຄົນເຮັດວຽກ ແລະ ຜູ້ໄປສາງແຫ່ງນີ້ປະມານ 4.100 ຄົນ ກຳລັງກັກຕົວເບິ່ງອາການ ໃນຈຳນວນນີ້ຫລາຍກວ່າ 80% ໄດ້ຮັບການກວດຫາເຊື້ອແລ້ວ ຄາດວ່າຈຳນວນຜູ້ຕິດເຊື້ອທີ່ເຊື່ອມໂຍງກັບການລະບາດຢູ່ສາງຈະເພີ່ມຂຶ້ນອີກ.
ສື່ຫລາຍສຳນັກລາຍງານວ່າ: ກຳມະກອນຂອງສາງດັ່ງກ່າວບາງຄົນໄດ້ຮັບຄຳສັ່ງໃຫ້ເຮັດວຽກ ເຖິງວ່າພວກເຂົາຈະເລີ່ມສະແດງອາການແລ້ວກໍຕາມ ເຊິ່ງລວມທັງຜູ້ຍິງອາຍຸ 40 ປີຄົນໜຶ່ງ ທີ່ເຊື່ອວ່າເປັນຜູ້ຕິດເຊື້ອຄົນທຳອິດ.
ເຈົ້າໜ້າທີ່ຍັງແນະນຳໃຫ້ໂຮງຮຽນສອນເພີ່ມ ແລະ ສະຖານທີ່ສຳລັບຫລິ້ນເກມ ປິດໃຫ້ບໍລິການໃນໄລຍະນີ້ ຫລື ຕ້ອງດຳເນີນມາດຕະການປ້ອງກັນການລະບາດ, ສ່ວນປະຊາຊົນຢູ່ນະຄອນຫລວງເຊອຸນ ໄດ້ຮັບຄຳແນະນຳໃຫ້ຫລີກລ່ຽງການລວມກຸ່ມ ຫລື ການເດີນທາງໄປສະຖານທີ່ທີ່ມີຄົນໜາແໜ້ນ ລວມທັງຮ້ານອາຫານ ແລະ ເທັກ, ສ່ວນສາສະນະສະຖານຕ່າງໆ ໄດ້ຮັບແຈ້ງໃຫ້ເພີ່ມຄວາມລະມັດລະວັງເປັນພິເສດ.
ເຈົ້າໜ້າທີ່ກ່າວວ່າ: ກໍລະນີການຕິດເຊື້ອຄັ້ງໃໝ່ນີ້, ໜ່ວຍງານດ້ານສາທາລະນະສຸກພົບວ່າ ການກວດສອບເສັ້ນທາງການລະບາດເປັນໄປໄດ້ຍາກ ແລະ ຮຽກຮ້ອງໃຫ້ປະຊາຊົນເພີ່ມຄວາມລະມັດລະວັງ ເນື່ອງຈາກຢ້ານການລະບາດຮອບສອງ ຫລັງຈາກຕົ້ນເດືອນພຶດສະພາ ພົບຜູ້ຕິດເຊື້ອຫລາຍກວ່າ 250 ຄົນ ທີ່ມີຕົ້ນທາງມາຈາກເທັກເຂດອິແທວອນ.