ປະກາດແຕ່ງຕັ້ງຫົວຫນ້າພະແນກ ສຶກສາທິການ ແລະ ກິລາ ແຂວງເຊກອງ


ໃນວັນທີ 28 ພຶດສະພາ 2020, ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ (ສກຂ) ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າພະແນກ ແລະ ແຕ່ງຕັ້ງຫົວໜ້າ-ຮອງຂະແໜງຈັດຕັ້ງ ແລະ ພະນັກງານ ໂດຍການເປັນປະທານຂອງທ່ານ ນາງ ຈັນຫອມ ມະຫາໄຊ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ. ໃນນີ້ໄດ້ແຕ່ງຕັ້ງທ່ານ ຄໍາໄພ ສິມມາວັດ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງຄົນໃໝ່, ທ່ານ ສຸລິຄໍາ ພອນທະລາ ເປັນຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານຄົນໃໝ່, ແຕ່ງຕັ້ງທ່ານ ນາງ ອາລິກອນ ໄຊມູນຄໍາ ເປັນຮອງຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ສັງກັດພະແນກສຶກສາທິການ ແລະ ກິລາແຂວງ.
ໃນໂອກາດດຽວກັນນີ້, ທ່ານ ນາງ ຈັນຫອມ ມະຫາໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ວ່າ: ການແຕ່ງຕັ້ງພະນັກງານຊີ້ນຳ-ນຳພາແມ່ນວຽກງານປົກກະຕິ. ທັງນີ້ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່. ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງພາຍຫລັງປັບປຸງກົງຈັກການຈັດຕັ້ງແລ້ວ ຈົ່ງໄດ້ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງຂຶ້ນກວ່າເກົ່າ, ຄົ້ນຄວ້າກຳແໜ້ນບັນດານິຕິກຳ, ລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອເຮັດໃຫ້ການປະຕິບັດວຽກງານຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດ, ເພີ່ມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຮັກສາຄວາມເປັນເອກະພາບເປັນໝູ່ຄະນະ ບົນພື້ນຖານລະບຽບຫລັກການ, ມີການແບ່ງງານແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ຕ້ອງມີການຖອດຖອນບົດຮຽນຢ່າງເປັນປະຈຳ ເພື່ອແກ້ໄຂບາງຈຸດອ່ອນຂໍ້ຄົງຄ້າງ ແລະ ປັບປຸງຂອດການຈັດຕັ້ງປະຕິບັດໃນຂະແໜງການຕົນໃຫ້ດີຂຶ້ນເລື້ອຍໆ.